• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານສ.ເກົາຫຼີ: ຈີນພວມລະເມີດກົດໝາຍສາກົນຢູ່ທະເລຕາເວັນອອກ

      ສະພາບການຄວາມໝັ້ນຄົງຢູ່ທະເລຕາເວັນອອກ ນັບມື້ນັບຮ້າຍແຮງ ຍ້ອນຈີນ ລະເມີດກົດໝາຍສາກົນຢູ່ເຂດທະເລນີ້ ແລະ ກໍ່ຄວາມວິຕົກກັງວົງຢ່າງໃຫຍ່ຫຼວງກ່ຽວກັບຄວາມໝັ້ນຄົງໃຫ້ແກ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນຫວຽດນາມ.

ທ່ານປະລິຍາເອກ Lee Jaehyon
(ພາບ: TTXVN)
      ທ່ານປະລິຍາເອກ Lee Jaehyon, ຫົວໜ້າສູນຄົ້ນຄວ້າອາຊຽນ ແລະ ທະວີບໂອເຊອານີ, ສະຖາບັນຄົ້ນຄວ້ານະໂຍບາຍ ASAN (ສ.ເກົາຫຼີ), ຖືວ່າ, ສະພາບການຄວາມໝັ້ນຄົງຢູ່ທະເລຕາເວັນອອກ ນັບມື້ນັບຮ້າຍແຮງ ຍ້ອນຈີນ ລະເມີດກົດໝາຍສາກົນຢູ່ເຂດທະເລນີ້ ແລະ ກໍ່ຄວາມວິຕົກກັງວົງຢ່າງໃຫຍ່ຫຼວງກ່ຽວກັບຄວາມໝັ້ນຄົງໃຫ້ແກ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນຫວຽດນາມ. ທ່ານປະລິຍາເອກ Lee Jaehyon ໄດ້ກ່າວເຕືອນເລື່ອງຈີນ ພວມນຳໃຊ້ຍຸດທະວິທີຢຶດເອົາທະເລຕາເວັນອອກເທື່ອລະກ້າວ, ຕາມອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ”; ດຳເນີນການຖົມດິນເປັນເກາະ, ກໍ່ສ້າງພື້ນຖານໂຄງລ່າງ ຫຼື ຫັນເປັນການທະຫານຢູ່ບັນດາເກາະ. ທ່ານປະລິຍາເອກ Lee Jaehyon ຖືວ່າ, ປະຈຸບັນໄດ້ມີກອບກົດໝາຍຢ່າງພຽງພໍໃຫ້ແກ່ບັນດາການເຄື່ອນໄຫວຢູ່ເຂດທະເລນີ້ຄື: ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC). ຈີນ ແມ່ນປະເທດລົງນາມໃນ UNCLOS ແລະ ນັບທັງ TAC. ທ່ານປະລິຍາເອກ Lee Jaehyon ເນັ້ນໜັກວ່າ: “ປະຈຸບັນ, ເປັນທີ່ຈະແຈ້ງແລ້ວວ່າ ຈີນ ບໍ່ເຄົາລົບບັນດາສັນຍາ, ກົດໝາຍ ຫຼື ຂໍ້ກຳນົດສາກົນ ແລະ ພຽງແຕ່ເວລາໃດປະເທດນີ້ເຄົາລົບກົດໝາຍສາກົນ ຈຶ່ງແກ້ໄຂບັນຫາໂດຍສັນຕິວິທີໄດ້”. ນັກຊ່ຽວຊານທ່ານນີ້ກໍ່ຖືວ່າ, ຕ້ອງມີຄວາມເຫັນດີເຫັນພ້ອມຢ່າງກວ້າງຂວາງກວ່າໃນປະຊາຄົມສາກົນ ເພື່ອໃຫ້ຈີນ ກໍ່ຖືກຄວາມກົດດັນຍ້ອນບັນດາຜົນສະທ້ອນໂດຍບັນດາການກະທຳຂອງປະເທດນີ້ກໍ່ໃຫ້ເກີດຢູ່ທະເລຕາເວັນອອກ. 
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top