• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ແມ່ນທ້ອງຖິ່ນທຳອິດ​ທີ່​ມີ​ການ​ສົ່ງອອກ​ບັນ​ລຸ 10 ຕື້ USD ໃນປີ 2020

ທົ່ວປະເທດມີ 11 ແຂວງ, ນະຄອນບັນລຸວົງເງິນສົ່ງອອກແຕ່ 1 ຕື້ USD ຂຶ້ນໄປ.

(ພາບປະກອບ:tapchitaichinh.vn)

ຕາມຂໍ້ມູນຂ່າວສານໂດຍກົມໃຫຍ່ພາສີຫາກໍ່ປະກາດ, ນະຄອນໂຮ່ຈີມິນແມ່ນທ້ອງຖິ່ນທຳອິດທີ່ມີການສົ່ງອອກບັນລຸ 10 ຕື້ USD ໃນໄຕມາດໜຶ່ງຂອງປີ 2020, ເພີ່ມຂຶ້ນ 14.6% ເມື່ອທຽບໃສ່ກັບໄລຍະດຽວກັນປີ 2019. ເປັນອັນວ່າ, ນະຄອນຍັງຄົງສືບຕໍ່ຮັກສາທີ່ຕັ້ງນຳໜ້າກ່ຽວກັບການສົ່ງອອກ, ປະກອບສ່ວນເຖິງ 16.6% ຍອດວົງເງິນການສົ່ງອອກໃນທົ່ວປະເທດໃນໄຕມາດໜຶ່ງ.

ດ້ວຍວົງເງິນການສົ່ງອອກແມ່ນກວ່າ 49 ຕື້ USD, ທົ່ວປະເທດມີ 11 ແຂວງ, ນະຄອນບັນລຸວົງເງິນສົ່ງອອກແຕ່ 1 ຕື້ USD ຂຶ້ນໄປ.

 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ ວິ​ສາ​ຫະ​ກິດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຕໍ່​ວິ​ສາ​ຫະ​ກິດ

ກອງ​ປະ​ຊຸມ “ວິ​ສາ​ຫະ​ກິດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມຮູ້​ບຸນ​ຄຸນ​ຕໍ່​ວິ​ສາ​ຫະ​ກິດ”

ຕອນເຊົ້າວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມ “ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະ ນາຍົກລັດຖະມົນຕີສະແດງຄວາມຮູ້ບຸນຄຸນຕໍ່ວິສາຫະກິດ”.

Top