• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈີມິນໄຂງານບຸນເສື້ອຍາວຄັ້ງທີ6

      ງານບຸນເສື້ອຍາວນະຄອນໂຮ່ຈີມິນ ຄັ້ງທີ 6 ຖືກໄຂຂຶ້ນໃນຕອນຄ່ຳວັນທີ 2 ມີນາ ດ້ວຍຫົວຂໍ້ “ຄວາມສະເຫນ່ຂອງເສື້ອຍາວນະຄອນໂຮ່ຈີມິນ”.

ພິທີໄຂງານບຸນເສື້ອຍາວຄັ້ງທີ6  
      ມາຮ່ວມງານບຸນ, ຜູ້ຊົມຍັງໄດ້ເຫັນປະຈັກຕາບັນດາປະມວນຊຸດເສືື້ອຍາວທີ່ເປັນເອກະລັກສະເພາະຂອງນັກອອກແບບແຖວຫນ້າ ໃນທົ່ວປະເທດ 26 ຄົນ ແລະ ການເຂົ້າຮ່ວມ ເປັນຄັ້ງທຳອິດ ຂອງນັກອອກແບບ ສເກົາຫລີ. ທ່ານນາງ ຫງວຽນທິແອັງຮວາ, ຮອງຫົວຫນ້າພະແນກທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
            ໃນປະມວນຊຸດເສື້ອຍາວຂອງບັນດານັກອອກແບບທີ່ມີຊື່ສຽງ ມີບາງຊຸດເສື້ອຍາວສະແດງໃຫ້ເຫັນຫົວເລື່ອງ ປົກປັກຮັກສາສິ່ງແວດລ້ອມ ກໍຄື ການເດີນແຟຊັນເສື້ອຍາວຢູ່ຖະຫນົນ ຍ່າງຫງວຽນເຫ້ວ.
            ງານບຸນເສື້ອຍາວ ນະຄອນໂຮ່ຈິມີນ ປີນີ້ ດຳເນີນໄປແຕ່ວັນທີ 2- 17 ມີນາ ແລະ ຖືກຈັດຂຶ້ນຢູ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ນະຄອນ ໂຮ່ຈິມີນ ຫລາຍແຫ່ງ. ງານບຸນເສື້ອຍາວ ໄດ້ກາຍເປັນການເຄື່ອນໄຫວປະຈຳປີ ຢືນຢັນເຖິງເຄື່ອງໝາຍການຄ້າແມ່ນຜະລິດຕະພັນທ່ອງທ່ຽວວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນໂຮ່ຈິມີນ.
ແລະກໍ່ໃນຕອນເຊົ້າວັນທີ 3 ມີນາ ມີແມ່ຍິງນະຄອນ ໂຮ່ຈິມີນ ກວ່າ 3000 ຄົນໄດ້ເຂົ້າຮ່ວມງານບຸນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ.

Top