• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນໂຮ່ຈິມີນແລະແຂວງຊຽງຂວາງເພີ່ມທະວີການຮ່ວມມືໃນຂົງເຂດຫໍສະໝຸດ,ຫໍພິພິດທະພັນ

ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ​ນະ​ຄອນ​ໂຮ່​ຈິ​ມີນ​ລົງ​ນາມ​ໃນບົດ​ບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກັບ​ພະ​ແນກ​ຖະ​ແຫລງ​ຂ່າວ
ແລະ ທ່ອງ​ທ່ຽວ
 ແຂ​ວງ ຊ​ຽງ​ຂວາງ. ພາບ:TTXVN
 ກ່າວ​ຄຳ​ເຫັນ​ທີ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ​ຊຽງ​ຂວາງ ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 28/3 ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ທ່ານ ຫງວຽນ​ແທງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມີນ ສະ​ເຫ​ນີ: ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊຽງ​ຂວາງ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ພະ​ແນກ, ຄະ​ນະ, ຂະ​ແຫນງ​ການ, ວິ​ສາ​ຫະ​ກິດ​ສອງ​ທ້ອງ​ຖິ່ນ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ​ກ່ຽວ​ກັບ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ການ​ຄ້າ.. ນະ​ຄອນ​ໂຮ່​ຈິ​ມີນ ພ້ອມ​ແລ້ວ​ທີ່​ຈະ​ຫ​ນູນ​ຊ່ວຍ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການສ້າງ​ຮູບ​ແບບ​ລ້ຽງ​ສັດ​ມີ​ຄຸນ​ນະ​ພາບ​ສູງ, ໃຫ້​ຄຳ​ປຶກ​ສາ​ຫນ​ູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂຸດ​ຄົ້ນ​ກະ​ສິ​ກຳ​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ ຊຽງ​ຂວາງ. ທີ່​ການ​ເຈ​ລະ​ຈາ, ການ​ນຳ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊ​ຽງ​ຂວາງ ເຫັນ​ດີ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ເພີ່​ມ​ທະ​ວີກ​ານ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື, ໃນ​ນັ້ນ ຕັ້ງ​ຫ​ນ້າ​ແລກ​ປ່ຽນ​ຄະ​ນະ​ປະ​ຕິ​ບັດ​ງານ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈິ​ມີນ ແລະ ແຂວງ ຊຽງ​ຂວາງ ເວົ້າ​ສະ​ເພາະ ແລະ ສອງ​ປະ​ເທດ​ເວົ້າ​ລວມ ນັບ​ມື້​ນັບ​ແຫ​ນ້ນ​ແຟ້ນ​ຍິ່ງໆ​ຂຶ້ນ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top