• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຮັດ​ວຽກ​ ​ກັບ​ການ​ນຳ​ແຂວງ ຟູ໊ເທາະ ແລະ ຕ້ອນ​ຮັບເອກ​ອັກ​ຄະ​ລັດ​ຖະ​ທູດ ນີ​ເຊ​ເຣຍ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງຟູ໊ເທາະຄວນມີຄວາມສະຕິລະວັງຕົວເພື່ອບໍ່ໃຫ້ກໍລະນີໃດຕິດເຊື້ອພະຍາດ Covid – 19 ໃນບໍລິເວນແຂວງ, ມານະພະຍາຍາມປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃນປີນີ້, ຊຸກຍູ້ການດຶງດູດບັນດາແຫຼ່ງກຳລັງລົງທຶນ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ Francis Young Efeduma ເອກອັກຄະລັດຖະທູດ ນີເຊເຣຍ ປະຈຳຫວຽດນາມ (ພາບ: VGP) 

ຕອນບ່າຍວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການເຮັດວຽກທາງອອນລາຍກັບການນຳຫຼັກແຫຼ່ງແຂວງຟຸ໊ເທາະ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງຟູ໊ເທາະ ຕ້ອງສູ້ຊົນຢ່າງຂ້ຽວຂາດກ່ວາອີກເພື່ອບື່ນຕົວຂຶ້ນຢ່າງແຮງ ປະກອບສ່ວນເຂົ້າໃນການນຳແຂວງຟູ໊ເທາະພັດທະນາຢ່າງແຮງກ່ວາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງຟູ໊ເທາະຄວນມີຄວາມສະຕິລະວັງຕົວເພື່ອບໍ່ໃຫ້ກໍລະນີໃດຕິດເຊື້ອພະຍາດ Covid – 19 ໃນບໍລິເວນແຂວງ, ມານະພະຍາຍາມປະຕິບັດບັນດາໜ້າທີ່ທີ່ໄດ້ວາງອອກໃນປີນີ້, ຊຸກຍູ້ການດຶງດູດບັນດາແຫຼ່ງກຳລັງລົງທຶນ.

ແລະ ໃນຕອນບ່າຍວັນດຽວກັນ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ Francis Young Efeduma ເອກອັກຄະລັດຖະທູດ ນີເຊເຣຍ ປະຈຳຫວຽດນາມ, ເນື່ອງໃນໂອກາດມາເຂົ້າຢ້ຽມອຳລາ ສິ້ນສຸດອາຍຸການທາງການທູດຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງທາງດ້ານເສດຖະກິດການຄ້າ ແລະ ການສົ່ງອອກຂອງ ຫວຽດນາມ ຈະແມ່ນກາລະໂອກາດຮ່ວມມືໃຫຍ່ລະຫວ່າງສອງປະເທດ. ສ່ວນທ່ານ Francis Young Efeduma ໃຫ້ຮູ້ວ່າ ນີເຊເຣຍ ຈະຈັດແຜນການຈັດຕັ້ງສົ່ງບັນດາຄະນະນັກທຸລະກິດໄປຍັງຫວຽດນາມເພື່ອຊອກຫາກາລະໂອກາດດຳເນີນທຸລະກິດ, ຊຸກຍູ້ການພົວພັນຮ່ວມມືເສດຖະກິດການຄ້າ ລະຫວ່າງ ສອງປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top