ສືບຕໍ່ຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີອາຍຸການ 5 ປີຕໍ່ໄປ ພາຍຫລັງພັກປະຊາຊົນ ກຳປູເຈຍ (CPP) ຂອງທ່ານ Hun Sen ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ຊຶ່ງໄດ້ຈັດຕັ້ງໃນວັນທີ 29 ກໍລະກົດ ຜ່ານມາ.
ພະລາຊະດຳລັດແຕ່ງຕັ້ງດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງພັກ CPP ມີໜັງສືສະເໜີ, ພັກທີ່ຍາດໄດ້ທີ່ນັ່ງທັງໝົດຢູ່ສະພາແຫ່ງຊາດ ໃນການເລືອກຕັ້ງຜ່ານມາ. ນີ້ເປັນຄັ້ງທຳອິດທີ່ CPP ຍາດໄດ້ທີ່ນັ່ງທັງໝົດຢູ່ສະພາແຫ່ງຊາດ ນັບແຕ່ການເລືອກຕັ້ງສະພາແຫ່ງຊາດໂດຍສະຫະປະຊາຊາດອຸປະຖຳເມື່ອປີ 1993.
(ແຫຼ່ງຄັດຈາກ VOV)