• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ຟ້າມບິງມິນ ພົບປະສອງຝ່າຍ ຢູ່ນອກກອງປະຊຸມລັດຖະມົນຕີການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 51

ວັນທີ 1 ສິງຫາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 51 (AMM-51) ຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ, ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ທ່ານ Saifuddin Abullah ລັດຖະມົນຕີການຕ່າງປະເທດ ມາເລເຊຍ ແລະ ທ່ານ  Kang Kyung – hwa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.
ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ສອງຝ່າຍໄດ້ຕີລາສູງການພົວພັນຮ່ວມມືທີ່ນັບມື້ນັບສະໜິດຕິດພັນ ແລະ ແທດຈິງລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ລາວ; ພ້ອມທັງເຫັນດີນຳກັນວ່າ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ, ພາກພື້ນ ກໍຄືບັນດາກົນໄກຢູ່ອະນຸພາກພື້ນ; ເພີ່ມທະວີນ້ຳໃຈສາມັກຄີ, ບົດບາດໃຈກາງຂອງອາຊຽນໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ບັນຫາທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ການພົບປະລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນກັບກກັບ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ 
ສ່ວນໃນການພົບປະກັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ, ສອງຝ່າຍໄດ້ເຫັນດີວ່າ ຈະຊຸກຍູ້ການສ້າງສຳເລັດໂຄງການເຄື່ອນໄຫວຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ ໄລຍະ 2019 – 2023 ໂດຍໄວ, ໃນນັ້ນເອົາໃຈໃສ່ຍູ້ແຮງການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ສູ້ຊົນຍົກສູງວົງເງິນການຄ້າໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020 ດັ່ງຄາດໝາຍທີ່ໄດ້ວາງໄວ້.

ການພົບປະລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກັບທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ 

ທີ່ການພົບປະກັບທ່ານ Saifuddin Abullah ລັດຖະມົນຕີການຕ່າງປະເທດມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ມີຄວາມປາດຖະໜາຢາກເພີ່ມທະວີການສົມທົບລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ ໃນປີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງແໜ້ນແຟ້ນ. ພ້ອມທັງສະເໜີວ່າ ຝ່າຍມາເລເຊຍຈະສ້າງເງື່ອນໄຂສະດວກໃຫ້ບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມ ຄື ເຂົ້າສານ, ຜະລິດຕະພັນກະເສດ… ແລະ ຮັບສະໝັກແຮງງານຫວຽດນາມເຂົ້າມາເຮັດວຽກຢູ່ມາເລເຊຍຕື່ມອີກ.

ຫຼັງຈາກນັ້ນ,  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກໍໄດ້ມີການພົບປະກັບທ່ານ  Kang Kyung – hwa ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ. ນະທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ໄດ້ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In ເມື່ອເດືອນ ມີນາ 2018 ຜ່ານມາ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top