ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ຍື່ນສານຕາຕັ້ງຕໍ່ຜູ້ມີອຳນາດເຕັມແຫ່ງອົດສະຕາລີ
ທ່ານ ເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ກໍ່ຫວັງວ່າ ສອງປະເທດຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການພັດທະນາວັກຊິນກັນພະຍາດ ໂຄວິດ ກໍ່ຄືການພັດທະນາເສດຖະກິດ ໃນໄລຍະຫຼັງໂຄວິດ.

ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ຍື່ນສານຕາຕັ້ງຕໍ່ຜູ້ມີອຳນາດເຕັມແຫ່ງອົດສະຕາລີ
ວັນທີ 27 ພະຈິກ, ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ David Hurley ຜູ້ມີອຳນາດເຕັມແຫ່ງອົດສະຕາລີ. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ David Hurley ຫວັງວ່າສອງປະເທດຈະສືບຕໍ່ເສີມຂະຫຍາຍທ່າພັດທະນາການພົວພັນທີ່ມີຢູ່ໃນປັດຈຸບັນ ເພື່ອຍູ້ແຮງການຮ່ວມມືທັງສອງຝ່າຍກໍ່ຄືໃນບັນດາບັນຫາພາກພື້ນ ແລະ ສາກົນ.
ສ່ວນທ່ານ ເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ກໍ່ຫວັງວ່າ ສອງປະເທດຈະເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການພັດທະນາວັກຊິນກັນພະຍາດ ໂຄວິດ ກໍ່ຄືການພັດທະນາເສດຖະກິດ ໃນໄລຍະຫຼັງໂຄວິດ, ທ່ານກໍ່ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ ທ່ານຈະເຮັດສຸດຄວາມສາມາດເພື່ອຊຸກຍູ້ການພົວພັນທີ່ດີງາມລະຫວ່າງສອງປະເທດ.
(ແຫຼ່ງຄັດຈາກ VOV)