ຂ່າວສານ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສົ່ງຄວາມເສົ້າສະຫລົດໃຈໄປຍັງຄອບຄົວນັກວິລະຊົນປະກອບອາວຸດປະຊາຊົນ ຫງວຽນວັນເລິບ

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານນາງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ໄດ້ສົ່ງໂທລະເລກ, ຈົດໝາຍ ສະແດງຄວາມ ເສົ້າສະຫລົດໃຈໃຈໄປຍັງຄອບຄົວຂອງທ່ານ.
ນັກວິທະຊົນປະກອບອາວຸດປະຊາຊົນ Kostas Sarantidis, ມີຊື່ຫວຽດນາມ ແມ່ນ ຫງວຽນວັນເລິບ, ເກີດປີ 1927, ທ່ານໄດ້ເຖິງແກ່ມໍລະນະກຳຢູ່ເຮືອນສ່ວນຕົວ ຢູ່ Athens, ປະເທດ ເກຼັກໃນວັນທີ 25 ມິຖຸນາ 2021. ທ່ານໄດ້ເຂົ້າຮ່ວມແນວຮົບຫວຽດມິງໃນກາງປີ 1946, ສ້າງໄດ້ວິລະກຳຫຼາຍຢ່າງໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ມີການປະກອບສ່ວນສຳຄັນເຂົ້າໃນວິວັດທະນາການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ ພາຍຫຼັງປີ 1954 ແລະ ໃນການພັດທະນາການພົວພັນມິດຕະພາບລະຫ່ວາງເກຼັກ ແລະ ຫວຽດນາມ.
ດ້ວຍບັນດາການປະກອບສ່ວນອັນຍິ່ງໃຫຍ່ ແລະ ນ້ຳໃຈສະໜິດຕິດພັນ, ເລິກເຊິ່ງທີ່ສະຫງວນໃຫ້ແກ່ຫວຽດນາມ, ທ່ານໄດ້ຮັບຂອງຂວັນອັນລ້ຳຄ່າຫຼາຍຢ່າງໂດຍ ພັກ ແລະ ລັດຫວຽດນາມມອບໃຫ້. ປີ 2013, ທ່ານປະທານປະເທດ ຫວຽດນາມ ເຈືອງເຕິ໊ນຊາງໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ທ່ານ ແລະ ທ່ານກໍ່ແມ່ນຊາວຕ່າງປະເທດຄົນໜຶ່ງດຽວທີ່ໄດ້ຮັບນາມມະຍົດອັນສູງສົ່ງນີ້ຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ.