• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ແຮງ​ງານ ແລະ ຫຼຽນ​ໄຊ​ເອ​ກະ​ລາດ ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປ​ະ​ເທດ​ຊາດ

ຕອນເຊົ້າວັນທີ 22 ເມສາ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດວິລະຊົນແຮງງານ ໃຫ້ແກ່ທ່ານ ຫວູຕວຽນຮວ່າງ ອະດີດສາດສະດາຈານ ຫວູຕວຽນຮວ່າງ ແລະ ສາດສະດາຈານ ຮວ່າງເຈືອງ, ມອບຫຼຽນໄຊແຮງງານເອກະລາດຊັ້ນ 3 ໃຫ້ແກ່ ນັກວິທະຍາສາດອື່ນ 3 ທ່ານ. ນີ້ລ້ວນແຕ່ແມ່ນບັນດານັກວິທະຍາສາດທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ປະເທດຊາດໃນຫຼາຍຂົງເຂດ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍບັນດານັກວິທະຍາສາດ (ພາບ: VOV)

ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາການປະກອບສ່ວນຂອງບຸກຄົນດັ່ງກ່າວ ທີ່ມີຕໍ່ການພັດທະນາຂອງປະເທດຊາດ. ພ້ອມທັງປາດຖະໜາວ່າ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ນັກເຕັກນິກ ຫວຽດນາມ ແມ່ນບ່ອນເຕົ້າໂຮມ, ແຜ່ກະຈາຍຂອງບັນດານັກວິທະຍາສາດ ຫວຽດນາມ, ທັງທາງດ້ານວິທະຍາສາດທຳມະຊາດ, ສັງຄົມ, ພ້ອມກັນສາມັກຄີ, ສືບຕໍ່ປະກອບສ່ວນໃຫ້ແກ່ຂະແໜງວິທະຍາສາດເຕັກໂນໂລຢີຂອງປະເທດຊາດ, ປະກອບສ່ວນເຂົ້າໃນເປົ້າໝາຍ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

        “ຂ້າພະເຈົ້າສະເໜີໃຫ້ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈົ່ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ດຶງດູດ ແລະ ຍາດແຍ່ງຜູ້ມີຄວາມເກັ່ງກ້າສາມາດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຢີຢ່າງແຮງ ເພື່ອພັດທະນາປະເທດຊາດ”.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top