ຂ່າວສານ
ທ່ານປະທານາທິບໍດີ Putin: ກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ອາຟະລິກາ ຈະມາເຖິງແມ່ນເຫດການສ້າງຂີດໝາຍ ແລະ ຍັງບໍ່ເຄີຍມີມາກ່ອນ

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN)
ທ່ານ ປະທານາທິບໍດີ Putin ຖືວ່າ ກອງປະຊຸມແມ່ນ “ເຫດການສ້າງຂີດໝາຍ ແລະ ຍັງບໍ່ເຄີຍມີມາກ່ອນ”, ຕາມນັ້ນແລ້ວ, ນີ້ແມ່ນກອງປະຊຸມສຸດຍອດຄົບຄະນະຄັ້ງທຳອິດ ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ ອາຟະລິກາ ແລະ ການນຳບັນດາອົງການຈັດຕັ້ງແຖວໜ້າຂອງພາກພື້ນ. ທ່ານ Putin ເນັ້ນໜັກຢ່າງແຮງເຖິງການພົວພັນລະຫວ່າງ ລັດເຊຍ - ອາຟະລິກາ ພວມມີການພັດທະນາຢ່າງດີເດັ່ນ. ພ້ອມທັງຢັ້ງຢືນວ່າ ລັດເຊຍຮ່ວມມືກໍ່ສ້າງກັບບັນດາປະເທດ ອາຟະລິກາ ຢ່າງມີສະເໝີພາບ ແລະ ບໍ່ຮຽກຮ້ອງຕ້ອງການ ການແລກເອົາບັນດາເງື່ອນໄຂການເມືອງ ຫຼືບັນດາເງື່ອນໄຂພິເສດ ຕ່າງໆ. ລັດເຊຍກໍ່ບໍ່ຈັດວາງຫຼັກໝັ້ນຂອງຕົນ ຫາກພຽງແຕ່ ເຄົາລົບຫຼັກການຂອງບັນດາປະເທດອາຟະລິກາວ່າ “ບັນດາບັນຫາ ອາຟະລິກາ ແມ່ນໂດຍອາຟະລິກາແກ້ໄຂເອງ.”
(ແຫຼ່ງຄັດຈາກ VOV)