• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ກຳ​ປູ​ເຈຍ​ຕຳ​ໜິ​ຕິ​ຕຽນ​ຄຳ​ກ່າວ​ປ​າ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ລັດ​ຖະ​ມົ​ນ​ຕີ ສິງ​ກະ​ໂປ ກ່ຽວ​ກັບ ຫວຽດ​ນາມ ແລະ ກຳປູ​ເຈຍ

ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Senຖືວ່າ ບັນດາການນຳຂອງປະເທດນີ້ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນເລື່ອງເຂັນຂ້າປະຊາຊົນກຳປູເຈຍ, ສະໜັບສະໜູນລະບອບດັບສູນເຊື້ອຊາດ ແລະ ມີຄວາມຫວັງຢາກໃຫ້ລະບອບນີ້ກັບຄືນສູ່ Phnom Penh.

ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen (ພາບ: khmertimeskh) 

ຕອນຄ່ຳວັນທີ 6 ມິຖຸນາ, ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen  ໄດ້ສົ່ງສານສະບັບໜຶ່ງຜ່ານທາງ ສື່ສັງຄົມເຟດບຸກ ເຖິງທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ຕຳໜິຕິຕຽນບັນດາຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ສິງກະໂປກ່ຽວກັບ ຫວຽດນາມ ແລະ ກຳປູເຈຍ; ພ້ອມທັງຖືວ່າ ບັນດາການນຳຂອງປະເທດນີ້ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນເລື່ອງເຂັນຂ້າປະຊາຊົນກຳປູເຈຍ, ສະໜັບສະໜູນລະບອບດັບສູນເຊື້ອຊາດ ແລະ ມີຄວາມຫວັງຢາກໃຫ້ລະບອບນີ້ກັບຄືນສູ່ Phnom Penh. ບັນດາຄຳຕຳໜິຕິຕຽນອັນໜັກໜ່ວງຂອງທ່ານນາຍົກລັດຖະມົນຕີ Hun Sen ໄດ້ຍົກອອກມາພາຍຫຼັງທີ່ທ່ານ ນາຍົກລັດຖະມົນຕີ ສິງກະໂປມີຄຳກ່າວປາໄສທີ່ຜິດພາດຢູ່ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ ແລະ ໄດ້ເອົາລົງໃນເຟດບຸກສ່ວນຕົວເມື່ອອາທິດຜ່ານມາວ່າການແຊກແຊງທາງທະຫານຂອງ ກອງທັບ ຫວຽດນາມເຂົ້າກຳປູເຈຍໃນປີ 1979 ແມ່ນ ການຮຸກຮານ.ໃນຕອນທ້າຍຂອງສານສະບັບດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ Hun Sen  ໄດ້ຕັ້ງຄຳຖາມວ່າ “ສະນັ້ນສຸດທ້າຍນີ້, ຂ້າພະເຈົ້າຢາກຖາມທ່ານ ນາຍົກລັດຖະມົນຕີ ຫຼີຊຽນຫຼົງວ່າ: ຄັນຊັ້ນທ່ານກໍ່ຖືວ່າວາລະປະຊຸມສານພິພາກສາໂທດກຳຂອງບັນດາການນຳພວກ ຂະແມແດງ ແມ່ນຖືກຕ້ອງຫຼືບໍ່”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ຢັ້ງ​ຢືນ​ການ​ສະ​ໜັບ​ສະ​ໜຼນ​ສິດ​ຕັດ​ສິນ​ເອງ ແລະ ຊຸກ​ຍູ້​ວິ​ວັດ​ການ​ປົດ​ປ່ອຍ​ອາ​ນາ​ນິ​ຄົມ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ທີ​ການ​ເຂົ້າ​ເຖິງ​ຕາມ​ແຕ່​ລະ​ກໍ​ລະ​ນີ​ລະ​ອຽດ, ອາດ​ສາ​ມາດ​ເວົ້າ​ເຖິງ​ສະ​ພາບ​ການ​ປະ​ຫວັດ​ສາດ, ການ​ເມືອງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຜືນ​ແຜ່ນ​ດິນ​ກໍ່​ຄື​ຜົນ​ປະ​ໂຫຍດ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ

Top