• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​​ຮອງປະ​ທານ​ປະ​ເທດ ດັ້ງ​ທິ​ງອັກທິ້ງ ​ໄດ້​ໄປ​ຢ້ຽ​ມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ UAE ແລະ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Nakheel ແລະ Limitless

 ໃນລະຫວ່າງວັນທີ 17 – 18 ມິຖຸນາ, ເນື່ອງໃນໂອກາດໄປຢ້ຽມຢາມ UAE, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ UAE.

ທ່ານປະທານ ກຸ່ມບໍລິສັດ Nakheel  ແລະ Limitless ໄດ້ແນະນຳກັບ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່ຽວກັບເກາະ Palm Island  ຊຶ່ງເປັນໝູ່ເກາະທຽມໃຫຍ່ທີ່ສຸດຂອງໂລກ (ພາບ: tuyengiao.vn)

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ, ພາລະກອນສະຖານທູດສືບຕໍ່ເສີມຂະຫຍາຍທ່າແຮງ ແລະ ຜົນງານທີ່ບັນລຸໄດ້, ເປັນເຈົ້າການໃນການຄົ້ນຄ້ວາ, ຕີລາຄາສະພາບການ ແລະ ເປັນເສນາທິການໃຫ້ແກ່ພັກ, ລັດ ໃນບັນດາມາດຕະການຢ່າງລະອຽດເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືຢ່າງຕັ້ງໜ້າກັບ UAE ໃຫ້ຫຼາຍກ່ວາເກົ່າ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳກຸ່ມບໍລິສັດ Nakheel  ແລະ Limitless. ແລກປ່ຽນກັບການນຳກຸ່ມບໍລິສັດ Nakheel , ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ UAE ເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ໃນບັນດາຂົງເຂດທີ່ UAE ມີທ່າແຮງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top