• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຕ້ອນ​ຮັບ​ທ່ານ Ogawa Toshio ຮອງ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ

ທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.


ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ

(ພາບ: TTXVN) 


ຕອນບ່າຍວັນທີ 19 ທັນວາ, ທີ່ການຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນ ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີ” ກັບຍີ່ປຸ່ນ, ພ້ອມທັງປາດຖະໜາວ່າ ສະພາສູງຍີ່ປຸ່ນ ຈະສະໜັບສະໜູນເລື່ອງສົ່ງເສີມວິສາຫະກິດຍີ່ປຸ່ນເພີ່ມທະວີການມາລົງທຶນຢູ່ ຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດ ຫວຽດນາມເຂົ້າຮ່ວມລະບົບບັນດານັກສະໜອງ, ຖ່າຍທອດເຕັກໂນໂລຢີອຸດສາຫະກຳ, ເພີ່ມທະວີການລົງທຶນເຂົ້າຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ອຸດສາຫະກຳໜູນຊ່ວຍ, ຊຸກຍູ້ການແລກປ່ຽນພົວພັນ ວັດທະນະທຳ, ການຮ່ວມມືຂັ້ນທ້ອງຖິ່ນ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມອາໄຊ, ຮ່ຳຮຽນ ແລະ ອອກແຮງງານຢູ່ ຍີ່ປຸ່ນ.

        ສ່ວນທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top