• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ກຸຍບາ

      ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດທະນາການປັບປຸງນະໂຍບາຍເພື່ອຍົກສູງປະສິດທິຜົນເສດຖະກິດ - ສັງຄົມນິຍົມ, ຄັດຄ້ານການປິດລ້ອມ, ຂວ້ຳບາດສຳລັບ ກຸຍບາ
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ກຸຍບາ Orlando Nicolás Hernández Guillén
(ພາບ: TTXVN)
\      ຕອນບ່າຍວັນທີ 29 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Orlando Nicolás Hernández Guillén, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ກຸຍບາ ເຂົ້າຢ້ຽມຄ່ຳນັບ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນພົບປະຄັ້ງປະຫວັດສາດລະຫວ່າງປະທານ ໂຮ່ຈີມິນ ກັບການນຳປະຕິວັດກຸຍບາ Raun Castro (29 ຕຸລາ 1966 – 29 ຕຸລາ 2021) ແລະ ທ່ານເອກອັກຄະລັດຖະທູດເລີ່ມປະຕິບັດໜ້າທີ່ຢູ່ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ອວຍພອນໃຫ້ທ່ານ Orlando Nicolás Hernández Guillén ໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ກຸຍບາ ມອບໜ້າທີ່ເປັນເອກອັກຄະລັດຖະທູດ ກຸຍບາ ປະຈຳ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບ ກຸຍບາ ໃນວິວັດທະນາການປັບປຸງນະໂຍບາຍເພື່ອຍົກສູງປະສິດທິຜົນເສດຖະກິດ - ສັງຄົມນິຍົມ, ຄັດຄ້ານການປິດລ້ອມ, ຂວ້ຳບາດສຳລັບ ກຸຍບາ; ຖືເປັນສຳຄັນການເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ພັກ, 2 ລັດ.
        ສ່ວນທ່ານເອກອັກຄະລັດຖະທູດ Orlando Nicolás Hernández Guillén ຢືນຢັນວ່າ, ໃນອາຍຸການປະຕິບັດງານຂອງຕົນ, ທ່ານເອງຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຕັ້ງໜ້າປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນເລື່ອງປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ຫວຽດນາມ - ກຸຍບາ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top