• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟູຈ້ອງ ພົບປະກັບສະມາຊິກພັກຫນຸ່ມດີເດັ່ນທົ່ວປະເທດ

ຕອນເຊົ້າວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ພົບປະສັງສັນກັບສະມາຊິກພັກຫນຸ່ມດີເດັ່ນທົ່ວປະເທດ 329 ຄົນ ຊື່ງໄດ້ຮ່ຳຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມີນ, ເນື່ອງໃນໂອກາດລະນຶກ 50 ປີແຫ່ງວັນປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈິມີນ (1969- 2019).


ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ການພົບປະກັບສະມາຊິກພັກຫນຸ່ມດີເດັ່ນ

ພາບ:vietnam+


ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢືນຢັນວ່າ: ຊາວຫນຸ່ມ ແມ່ນກຳລັງສວມບົດບາດສຳຄັນຍິ່ງໃນວິວັດການສ້າງຕັ້ງ ແລະການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ. ທ່ານຫວັງວ່າ ໄລຍະຈະມາເຖິງ  ບັນດາສະມາຊິກພັກຫນຸ່ມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ກໍ່ຄື ປະຕິບັດຫນ້າທີ່ຂອງຕົນເປັນຢ່າງດີ. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ ລຸ້ນຫນຸ່ມຫວຽດນາມ ຈະບືນຕົວຂຶ້ນເພື່ອໃຫ້ທັດທຽມກັບລຸ້ນຫນ່ມບັນດາປະເທດກ້າວຫນ້າໃນໂລກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top