• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມລັດເຊຍຢ່າງເປັນທາງການ

      ຕອນເຊົ້າວັນທີ 5 ກັນຍາ, ຕາມເວລາມົດສກູ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະໄດ້ໄປຮອດມົດສກູ ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຕາມຄຳເຊີນຂອງປະທານາທິບໍດີລັດເຊຍ ປູຕິນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງມາຮອດສະໜາມບິນເວີນູໂກໂວ 2, ມົດສກູ
      ອອກຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງຢູ່ສະໜາມບິນ, ມີການນຳກະຊວງການຕ່າງປະເທດລັດເຊຍ, ເອກອັກຄະລັດຖະທູດຂອງລັດເຊຍປະຈຳຫວຽດນາມ ແລະ ເອກອັກຄະລັດຖະທູດຫວຽດນາມປະຈຳລັດເຊຍໂງດຶກແມ້ງ; ບັນດາເອກອັກຄະລັດຖະທູດບັນດາປະເທດອາຊຽນປະຈຳລັດເຊຍ ພ້ອມກັບບັນດາພະນັກງານສະຖານທູດຫວຽດນາມ ແລະ ພໍ່ແມ່ພີນ້ອງຊາວຫວຽດນາມປະຈຳລັດເຊຍຢ່າງຫຼວງຫຼາຍ.
    ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ຄະນະ ຖືກຈັກຂຶ້ນຢູ່ສົມກຽດຢູ່ສະໜາມບິນ ເວີນູໂກໂວ 2.
                  ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນ ຟຸຈ້ອງໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນພິເສດ, ປະກອບສ່ວນເຮັດ ໃຫ້ການ ພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ເລິກເຊິ່ງກວ່າ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມຜູກພັນຍຸດທະສາດ, ຢືນຢັນແຜນນະໂຍບາຍສະເໝີຕົ້ນ ສະເໝີປາຍຂອງຫວຽດນາມ ແມ່ນຖືລັດເຊຍ ເປັນຄູ່ຮ່ວມມືແຖວໜ້າ ໃນນະໂຍບາຍການຕ່າງປະເທດ ແລະ ຊຸກຍູ້ບັນດາການຮ່ວມມືໃນທຸກຂົງເຂດ ລະຫວ່າງ 2 ປະເທດ.. 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top