• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢ້ຽມຢາມຫວຽດນາມ


ໂດຍໄດ້ຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ບຸນຍັງ ວໍລະຈິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ. ລາວ ໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 3  7 ກໍລະກົດ.

ທ່ານປະທານປະເທດລາວ ບຸນຍັງ ວໍລະຈິດ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ກ່ອນການເຈລະຈາ

(ພາບ: kpl.gov.la)

ໃນການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ມີການເຈລະຈາກັບ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ມີການພົບປະກັບທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

        ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍໄດ້ຢັ້ງຢືນ ແລະ ເນັ້ນໜັກເຖິງ ຄວາມໝາຍ, ຄວາມສຳຄັນຍຸດທະສາດຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ; ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ,  ຮັບປະກັນການກຳນົດທິດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືດ້ານການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສືບຕໍ່ຮັກສາບັນດາການພົບປະ, ແລກປ່ຽນຄະນະຜູ້ແທນລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ດ້ວຍຫຼາຍຮູບແບບ ເປັນປະຈຳ; ປັບປຸງ, ບູລະນະ ແລະ ຍົກສູງປະສິດທິຜົນຂອງບັນດາກົນໄກການຮ່ວມມືລະຫວ່າງສອງພັກ, ສອງລັດ; ເປີດກວ້າງການຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ; ພ້ອມທັງຍູ້ແຮງການໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງໃນປະຊາຊົນທຸກຊັ້ນວັນນະ ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດ ກ່ຽວກັບມູນເຊື້ອຄວາມສາມັກຄີ ແບບພິເສດຫວຽດນາມ - ລາວ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະພັນລະຍາ ເປັນເຈົ້າພາບງານລ້ຽງຮັບຕ້ອນທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ມາຢ້ຽມຢາມຫວຽດນາມ. ພາຍຫຼັງການເຮັດວຽກຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລາວ ສືບຕໍ່ໄປຢ້ຽມຢາມບາງຮາກຖານເສດຖະກິດ, ວັດທະນະທຳຢູ່ແຂວງແທັງຮວ໋າ, ຟຸທໍ້, ນິງບິງ ແລະ ກອງບັນຊາການທະຫານເຂດ 2.

  (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top