ຂ່າວສານ
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເປັນເຈົ້າພາບພິທີຕ້ອນຮັບແລະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດຈີນສີຈິ້ນ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ
ພາບ:vietnam+
ຕອນບ່າຍວັນທີ 12 ພະຈິກ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຖືກຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານສູນກາງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ຢູ່ ດ່ານັ້ງ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງສັບປະດາຂັ້ນສູງ APEC ແລະ ປີ APEC ຫວຽດນາມປີ 2017. ຕາມທ່ານເລຂາທິການໃຫຍ່ແລ້ວ, ການຢ້ຽມຢາມຢັ້ງຢືນການຖືເປັນສຳຄັນຂອງພັກ, ລັດ ຈີນ ໃນການປັບປຸງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະຈີນ, ເປັນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
(ແຫຼ່ງຄັດຈາກ VOV)