• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານນາຍົກລັດຖະມົນຕີທອງລຸນສີສຸລິດ

      ວັນທີ 3 ຕຸລາ, ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ມາຢ້ຽມຢາມຫວຽດນາມ. 

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນ: ຫວຽດນາມສະຫນັບສະຫນູນພາລະກິດປ່ຽນແປງໃຫມ່, ປົກປັກຮັກສາ ແລະ ສ້າງສາປະເທດລາວ ແລະ ມີຄວາມເຊື່ອໝັ້ນວ່າ ປະຊາຊົນລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານໃຫມ່, ໃຫຍ່ຫລວງກວ່າອີກໃນພາລະກິດປ່ຽນແປງໃຫມ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີຄັ້ງທີ 8 ຢ່າງມີໄຊ. ທ່ານເລຂາທິການໃຫຍ່ ສະເຫນີ ສອງລັດຖະບານສົມທົບກັນຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ວິສາຫະກິດເປັນເຈົ້າການສົມທົບກັນຜັນຂະຫຍາຍຢ່າງມີຜະສິດທິຜົນບັນດາຖະແຫລງການຮ່ວມຫວຽດນາມ - ລາວ, ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ, ບັນດາສັນຍາຮ່ວມມືລະຫວ່າງລັດຖະບານ ແລະ ໂຄງການ, ແຜນການຮ່ວມມືລະຫວ່າງສອງຝ່າຍ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ. ພ້ອມກັນນັ້ນ ເພີ່ມວົງເງິນການຄ້າສອງສົ້ນ, ສ້າງການຫັນປ່ຽນຢ່າງຕັ້ງຫນ້າ, ແທດຈິງ ກ່ຽວກັບຄຸນນະພາບມີປະສິດທິຜົນຂອງການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ. ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຮັບຊາບ ກ່ຽວກັບສະພາບການຢູ່ ລາວ ໃນໄລຍະມໍ່ໆມານີ້, ໝາກຜົນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ລັດຖະບານລາວ ຈະສົມທົບຢ່າງແຫນ້ນແຟ້ນກັບລັດຖະບານຫວຽດນາມ ຊີ້ນຳບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ກ່ຽວຂ້ອງ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ບັນດາເນື້ອໃນຂໍ້ຕົກລົງທີ່ກອງປະຊຸມຄັ້ງທີ 39 ແລະ ກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມຄັ້ງທີ 40 ຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມື ຫວຽດນາມ - ລາວ ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top