• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາບາງສະຖານທີ່ແຍກຕົວຢູ່ ແຂວງ ບັກຢາງ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ ເຊິ່ງເປັນບ່ອນທີ່ຄາດວ່າ ໃນຕອນເຊົ້າວັນທີ 27 ພຶດສະພາ ຈະມີກຳມະກອນປະມານ 6000 ຄົນ ກັບມາເຮັດວຽກເປັນປົກກະຕິ ພາຍຫຼັງທີ່ເຂດອຸດສາຫະກຳຢຸດຕິການເຄື່ອນໄຫວ ເປັນໄລຍະໜຶ່ງ.
ຫວູດຶກດາມ ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ,
ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ (ພາບ: vtc.vn)
      ຕອນເຊົ້າວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ລົງກວດກາບາງສະຖານທີ່ປະຕິບັດການແຍກຕົວ, ຈຳກັດບໍລິເວນ ຢູ່ແຂວງ ບັກຢາງ ເຊິ່ງເປັນບ່ອນທີ່ຄາດວ່າ ໃນຕອນເຊົ້າວັນທີ 27 ພຶດສະພາ ຈະມີກຳມະກອນປະມານ 6000 ຄົນ ກັບມາເຮັດວຽກເປັນປົກກະຕິ ພາຍຫຼັງທີ່ເຂດອຸດສາຫະກຳຢຸດຕິການເຄື່ອນໄຫວ ເປັນໄລຍະໜຶ່ງ.
            ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະໜີໃຫ້ແຂວງ ບັກຢາງ ຈົ່ງຖອດຖອນບົດຮຽນ, ປະສົບການໃນວຽກງານຜັນຂະຫຍາຍການແຍກຕົວລວມໝູ່, ຈຳກັດບໍລິເວນຢູ່ເຂດຊຸມຊົນທີ່ມີກຳມະກອນພັກອາໄສເປັນຈຳນວນຫຼາຍ. ທ່ານກ່າວວ່າ:
            “ຈາກສະພາບການຕົວຈິງ, ພວກເຮົາຕ້ອງປະດິດຄິດສ້າງໃນການປະຕິບັດການແຍກຕົວ, ຖືທັງເຂດນັ້ນແມ່ນເຂດແຍກຕົວລວມໝູ່. ພວກເຮົາເຮັດທົດລອງເພື່ອຖອດຖອນບົດຮຽນ ເພາະວ່ານີ້ແມ່ນຄັ້ງທຳອິດທີ່ຮັບມືກັບບ່ອນໂລກລະບາດແຜ່ລາມໃນເຂດອຸດສາຫະກຳ. ຖ້າຫາກວ່າ ເມື່ອກ່ອນນີ້ ກໍລະນີ F1 ຕ້ອງໄປປະຕິບັດການແຍກຕົວລວມໝູ່, ແຕ່ຖ້າຫາກວ່າພວກເຮົາຄວບຄຸມໄດ້ຢ່າງແໜ້ນແຟ້ນຢູ່ບ່ອນພັກອາໄສ ໂດຍອີງໃສ່ການຕິດຕາມກວດກາຂອງປະຊາຊົນ ແລະ ໜ່ວຍງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນວົງຄະນະຍາດນັ້ນ ແມ່ນຈະສາມາດປະຕິບັດໄດ້”.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top