• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ຄູອາຈານແຕ່ລະຄົມຕ້ອງມີພູມປັນຍາ ແລະມີຈິດໃຈເມດຕາປານີ

ໃນຊຸມປີຜ່ານມາ, ຂະແໜງສຶກສາ ແລະ ບຳລຸງສ້າງຫວຽດນາມ ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈຫຼາຍຢ່າງ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.


ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ

(ພາບ: giaoduc.net.vn)


ຕອນຄ່ຳວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ກຳມະບານຂະແໜງສຶກສາຫວຽດນາມ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ໂທລະພາບຫວຽດນາມ ຈັດລາຍການ “ສະແດງຄວາມຮູ້ບຸນຄຸນ” ປີ 2019 ດ້ວຍຫົວຂ້ໍວ່າ “ຄວາມມິດງຽບ” ເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນບັນດາຄູອາຈານທີ່ໄດ້ ແລະ ພວມຜ່ານຜ່າຄວາມຫຍຸ້ງຍາກ, ອຸທິດສ່ວນໃຫ້ພາລະກິດສິດສອນ “ສ້າງຄົນ”.

        ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ແບ່ງປັນວ່າ: ໃນຊຸມປີຜ່ານມາ, ຂະແໜງສຶກສາ ແລະ ບຳລຸງສ້າງຫວຽດນາມ ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈຫຼາຍຢ່າງ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ: ຄູອາຈານ ຕ້ອງມີທັງພູມປັນຍາ, ຕ້ອງມີທັງຈິດໃຈເມດຕາປານີ. ຄູອາຈານທຸກຄົນລ້ວນແຕ່ມານະພະຍາຍາມເພື່ອເອົາຊະນະຕົນເອງ, ສືບຕໍ່ເສີມຂະຫຍາຍຜົນງານດີເດັ່ນ, ແກ້ໄຂບັນດາສິ່ງຫຍໍ້ທໍ້, ຂໍ້ຈຳກັດທີ່ຍັງຄົງຕົວແມ່ນແນ່ນອນວ່າພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາຈະປະສົບຜົນສຳເລັດ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດຂອງປະເທດຊາດຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ແຕ່ລະປີ, ລາຍກາຍ “ສະແດງຄວາມຮູ້ບຸນຄຸນ” ໄດ້ເລົ່າຄືນບັນດາເລື່ອງລາວທີ່ແຕກຕ່າງກັນກ່ຽວກັບບັນດາຄູອາຈານທີ່ເປັນແບບຢ່າງ ທີ່ພວມອຸທິດສ່ວນໃຫ້ແກ່ພາລະກິດການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top