• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ເປີດໂອກາດເຂົ້າຮ່ວມ CPTPP

      ກ່າວຄຳເຫັນທີ່ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ສະວິດ, ວັນທີ 26 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຊີ້ແຈ້ງວ່າ:

ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: (TTXVN)
      “ປະເທດ ອາເມລິກາ ເໜືອກ່ວາສິ່ງໃດ ບໍ່ມີຄວາມໝາຍວ່າ ປະເທດ ອາເມລິກາ ຢູ່ໂດດດ່ຽວ”. ທ່ານເນັ້ນໜັກວ່າ: “ອາເມລິກາ ສະໜັບສະໜູນການຄ້າເສລີ, ແຕ່ຕ້ອງມີຄວາມຍຸຕິທຳ ແລະ ຊີ້ນໄປປາມາ”. ການນຳ ອາເມລິກາ ກໍ່ໃຫ້ຮູ້ວ່າ: ຈະພິຈາລະນາບັນດາຂໍ້ຕົກລົງການຄ້າ 2 ຝ່າຍ “ທີ່ນຳມາເຊິ່ງຜົນປະໂຫຍດຮ່ວມ” ກັບບັນດາປະເທດໃນໂລກ, ໃນນັ້ນ ມີສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) - ຂໍ້ຕົກລົງທີ່ແທນໃຫ້ TPP. ທ່ານ Donald Trump ກໍ່ເປີດໂອກາດດຳເນີນບັນດາການປຶກສາຫາລືລວມ ຫຼື ຕ່າງຫາກກັບບັນດາປະເທດເຂົ້າຮ່ວມການເຈລະຈາ ຖ້າຫາກຂໍ້ຕົກລົງດັ່ງກ່າວ ຕອບສະໜອງໄດ້ຜົນປະໂຫຍດຂອງ ອາເມລິກາ, ພ້ອມທັງ ຮຽກຮ້ອງໃຫ້ບັນດາປະເທດ ເພີ່ມທະວີການຮ່ວມມື ມຸ່ງໄປເຖິງບັນດາຈຸດໝາຍລວມ.
(ແຫຼ່ງຄັດຈາກ VOV)
 

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ພິ​ທີໂຮມ​ຊຸມ​ນຸມ​ມິດ​ຕິງ​ປຸກ​ລະ​ດົມ​ວັນ​ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ 7 ເມ​ສາ

ເຫ​ດ​ການ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຂຶ້ນ​ດ້ວຍ​ຫົວ​ຂໍ້ “ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ຕ້ານ​ພະ​ຍາດ - ເພື່ອ​ຫວຽດ​ນາມ​ເຂັ້ມ​ແຂງ”.

Top