• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ: ຂໍ້ກຳນົດທີ່ກ່ຽວຂ້ອງເຖິງແຫຼ່ງກຳເນີດຜະລິດຕະພັນ ຕ້ອງຮັບປະກັນລັກການປະຊາທິປະໄຕ ແລະ ພາວະວິໄສ

      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວເນັ້ນໜັກວ່າ ການປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງເຖິງແຫຼ່ງກຳເນີດຜະລິດຕະພັນແມ່ນຄວາມຈຳເປັນ, ສອດຄອງກັບຍຸດທະສາດສິດຊັບສິນທາງປັນຍາຮອດປີ 2030
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເປັນປະທານການເຮັດວຽກ (ພາບ: TTXVN)
      ຕອນຄ່ຳວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບຜູ້ຕາງໜ້າລັດຖະບານ, ບັນດາກະຊວງ, ຂະແໜງການ, ສຳນັກງານອົງການຂອງ ສະພາແຫ່ງຊາດ ກ່ຽວກັບການແກ້ໄຂການກະທຳລະເມີດສິດເປັນເຈົ້າຂອງ ອຸດສາຫະກຳ ທາງດ້ານແຫຼ່ງກຳເນີດຜະລິດຕະພັນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຂອງ ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ເຊິ່ງສະພາແຫ່ງຊາດພວມພິຈາລະນາ.
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫງຊາດ ຫວຽດນາມ ເວືອງດິ່ງເຫ້ວເນັ້ນໜັກວ່າ ການປັບປຸງຂໍ້ກຳນົດທີ່ກ່ຽວຂ້ອງເຖິງແຫຼ່ງກຳເນີດຜະລິດຕະພັນແມ່ນຄວາມຈຳເປັນ, ສອດຄອງກັບຍຸດທະສາດສິດຊັບສິນທາງປັນຍາຮອດປີ 2030, ປົກປ້ອງຜົນປະໂຫຍດແຫ່ງຊາດ, ຜູ້ຊົມໃຊ້ ແລະ ວົງຄະນາຍາດຊຸມຊົນ. ພາຍຫລັງກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະນຳສະເໜີຕໍ່ສະພາແຫ່ງຊາດເພື່ອຕັດສິນວິທີການຕໍ່ຂໍ້ນົດດັ່ງກ່າວ, ຮັບປະກັນຫຼັກການປະຊາທິປະໄຕ, ພາວະວິໄສ ແລະ ສະມາຊິກສະພາແຫ່ງຊາດ ຈະເປັນຜູ້ຕັດສິນສຸດທ້າຍ.  
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top