• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມິນ

      ຄວາມຫຍຸ້ງຍາກໃຫຍ່ຫຼວງທີ່ສຸດໄດ້ຜ່ານໄປແລ້ວ. ບັນດາກາລະໂອກາດທາງດ້ານເສດຖະກິດພວມເປີດອອກຊ່ອງທາງ, ບໍ່ພຽງແຕ່ເປັນການທົດແທນໃຫ້ຄວາມເສຍຫາຍທີ່ຜ່ານໄປແລ້ວເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອບຸກທະລຸ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ການພົບປະແບບທາງໄກ
(ພາບ: TTXVN)
      ຕອນເຊົ້າວັນທີ 02 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມີນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງແບບທາງໄກ ເພື່ອຮັບຟັງ, ແກ້ຄຳເຫັນຂອງວິສາຫະກິດໃນບໍລິເວນນະຄອນ ເພື່ອແນໃສ່ຟື້ນຟູການຜະລິດ, ເຊື່ອມຕໍ່ລະບົບສະໜອງ, ນຳເອົາທ່າເຕີບໂຕຄືນມາໃຫ້ເຂດເສດຖະກິດແຖວໜ້າຂອງປະເທດຊາດໂດຍໄວ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຄວາມຫຍຸ້ງຍາກໃນປະຈຸບັນພຽງແຕ່ເປັນການຊົ່ວຄາວເທົ່ານັ້ນ. ຄວາມຫຍຸ້ງຍາກໃຫຍ່ຫຼວງທີ່ສຸດໄດ້ຜ່ານໄປແລ້ວ. ບັນດາກາລະໂອກາດທາງດ້ານເສດຖະກິດພວມເປີດອອກຊ່ອງທາງ, ບໍ່ພຽງແຕ່ເປັນການທົດແທນໃຫ້ຄວາມເສຍຫາຍທີ່ຜ່ານໄປແລ້ວເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອບຸກທະລຸ. ພັກ, ລັດ, ອຳນາດການປົກຄອງ, ບັນດາກະຊວງ, ຂະແໜງການສູນກາງ… ໄດ້ ແລະ ຈະສືບຕໍ່ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ, ຜ່ອນຜັນການແຍກຫ່າງສັງຄົມເທື່ອລະກ້າວ, ຊ່ວຍຟື້ນຟູເສດຖະກິດນະຄອນໂຮ່ຈີມິນ”.
(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top