• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນສັກຂີພິຍານຫຼາຍໂຄງການຮ່ວມມືສຳຄັນລະຫວ່າງ ຫວຽດນາມ ແລະ ກຸຍບາ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ກະຊວງສາທາລະນະສຸກ ແລະ ບັນດາວິສາຫະກິດຂອງ 2 ປະເທດ ກ່ຽວກັບເລື່ອງຊື້ວັກຊິນ Abdala ຈຳນວນ 5 ລ້ານໂດສ.
ພິທີລົງນາມເອກະສານຮ່ວມມື. (ພາບ: TTXVN)

ຕອນເຊົ້າວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສູນເຕັກນິກສືບພັນ ແລະ ເຕັກໂນໂລຊີຊີວະຊາດຂອງກຸຍບາ (CIGB). ນີ້ແມ່ນສູນຄົ້ນຄວ້າບັນດາຜະລິດຕະພັນການຢາແຖວໜ້າຂອງກຸຍບາ. ຢູ່ທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບລະຫວ່າງ 2 ກະຊວງສາທາລະນະສຸກ ແລະ ບັນດາວິສາຫະກິດຂອງ 2 ປະເທດ ກ່ຽວກັບເລື່ອງຊື້ວັກຊິນ Abdala ຈຳນວນ 5 ລ້ານໂດສ ກໍຄືເລື່ອງ ກຸຍບາ ຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19 ໃຫ້ແກ່ຫວຽດນາມ. ກ່າວຄຳເຫັນພາຍຫຼັງພິທີລົງນາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ຫຼາຍຂົງເຂດຮ່ວມມືໄດ້ຮັບການລົງນາມລະຫວ່າງ 2 ປະເທດ, ນີ້ແມ່ນໝາກຜົນອັນໃຫຍ່ຫຼວງໃນການຢ້ຽມຢາມຄັ້ງນີ້. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດ ແລະ ຂໍອວຍພອນໃຫ້ພັກກອມມູນິດ ກຸຍບາ ແລະ ປະເທດ ກຸຍບາ ອ້າຍນ້ອງ ຈະປະສົບຜົນສຳເລັດ ແລະ ກ້າວຂຶ້ນສັງຄົມນິຍົມ ແລະ ພັດທະນາປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ປະຊາຊົນ ກຸຍບາ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ສືບຕໍ່ກ້າວຂຶ້ນໃນໄລຍະຈະມາເຖິງ”.

        ໃນຂອບເຂດການຢ້ຽມຢາມກຸຍບາ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ຢ່າງເປັນທາງການນີ້, ວັນທີ 19 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານການຕ່າງປະເທດ ກຸຍບາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ກໍ່ມີພົບປະ 2 ຝ່າຍກັບຜູ້ຮັກສາການລັດຖະມົນຕີການຕ່າງປະເທດກຸຍບາ Marcelino Medina.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top