• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສະຫະປະຊາຊາດສືບຕໍ່ມີບັນດາການໃຫ້ຄຳປຶກສາດ້ານນະໂຍບາຍຢ່າງທັນການ, ໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ແກ່ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ. (ພາບ: TTXVN)

ຕອນບ່າຍວັນທີ 12 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ, ເຂົ້າຢ້ຽມອຳລາກ່ອນສິ້ນສຸດອາຍຸການປະຕິບັດງານ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ຂອບໃຈບັນດາການປະກອບສ່ວນອັນລ້ຳຄ່າ ແລະ ການໜູນຊ່ວຍຢ່າງແທດຈິງຂອງບັນດາອົງການຈັດຕັ້ງສະຫະປະຊາຊາດ, ໃນນັ້ນມີທ່ານ Kamal Malhotra ເອງ, ໃນການໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ-ສັງຄົມ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ເຊື່ອມໂຍງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີວ່າ ໃນໄລຍະຈະມາເຖິງ, ສະຫະປະຊາຊາດສືບຕໍ່ມີບັນດາການໃຫ້ຄຳປຶກສາດ້ານນະໂຍບາຍຢ່າງທັນການ, ໜູນຊ່ວຍດ້ານການເງິນ ແລະ ເຕັກນິກໃຫ້ແກ່ຫວຽດນາມ, ໃນນັ້ນໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ຫັນປ່ຽນຮູບແບບການເຕີບໂຕຕາມທິດນຳໃຊ້ກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ໃຫ້ເປັນຢ່າງດີ.

        ສ່ວນທ່ານ Kamal Malhotra ຕີລາຄາວ່າ ຫວຽດນາມ ນັບມື້ນັບມີບົດບາດ, ສຽງເວົ້າສຳຄັນຢູ່ສະຫະປະຊາຊາດ ດ້ວຍການເຂົ້າຮ່ວມ, ຕັ້ງໜ້າເປັນເຈົ້າການ, ປະກອບສ່ວນ ແລະ ມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງປະຊາຄົມສາກົນ. ທ່ານ Kamal Malhotra ໃຫ້ຄຳໝັ້ນສັນຍາວ່າ ບັນດາອົງການຈັດຕັ້ງຂອງສະຫະປະຊາຊາດ ຈະສືບຕໍ່ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບຫວຽດນາມ ໃນພາລະກິດແຫ່ງການພັດທະນາປະເທດຊາດ.

        ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ກໍ່ໃຫ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top