• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດອວຍພອນທ່ານເລຂາທິການໃຫ່ຍ ສປຊ ໄດ້ຮັບການແຕ່ງຕັ້ງຄືນໃໝ່ ອາຍຸການ 2022-2026

      ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານລວມຂອງ ສປຊ.
 (ພາບ:VTV)
      ຕອນເຊົ້າວັນທີ 19 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ  ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.
   ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຟຸກ ຢືນຢັນວ່າ: ໂດຍແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນວຽກງານລວມຂອງ ສປຊ, ໃນນັ້ນ ມີການຮັບໜ້າທີ່ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ແລະ ພວມຮັບສະໝັກເຂົ້າໃນສະພາສິດທິມະນຸດ ອາຍຸການ 2023-2025. ທ່ານປະທານປະເທດ ກໍ່ສະເໜີໃຫ້ບັນດາອົງການຈັດຕັ້ງ ສປຊ ຈົ່ງສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ, ພິເສດແມ່ນການຜັນຂະຫຍາຍວັກຊິກກັນພະຍາດໂຄວິດ 19.
   ສ່ວນທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ຖືວ່າ ຫວຽດນາມ ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ໃນພາກພື້ນ. ທ່ານສະແດງຄວາມຕື້ນຕັນໃຈ ຕໍ່ເລື່ອງຫວຽດນາມ ຫາກໍ່ປິ່ນປົວໃຫ້ພາລະກອນ ສປຊ ຕິດເຊື້ອພະຍາດໂຄວິດ 19 ຫາຍດີເປັນປົກກະຕິ ຊື່ງສະແດງໃຫ້ເຫັນນ້ຳໃຈສາກຄີສາກົນ ພ້ອມກັນຜ່ານຜ່າໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top