• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ

ຕອນບ່າຍວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສ.ເບລາຣຸດ Vladimir Semashko, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ)

ທ່ານປະທານປະເທດເນັ້ນໜັກວ່າ, ຫວຽດນາມ ຊົມເຊີຍ ແລະ ປາດຖະໜາຢາກໄດ້ຮັບບັນດາແຫຼ່ງທຶນຈາກເບລາຣຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງເບລາຣຸດ ມີທ່າແຮງຄື: ຜະລິດລົດໂອໂຕ, ເຄື່ອງອາໄຫຼ່ລົດໂອໂຕ, ກົນຈັກ… ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເບລາຣຸດ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ໝັ້ນຄົງຍາວນານຕິດພັນກັບການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານປະທານປະເທດຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍກໍ່ຄວນເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້, ປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີເບລາຣຸດ Vladimir Semashko ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາບັນດາຜົນງານໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ຖືວ່າ, ພື້ນຖານເສດຖະກິດຫວຽດນາມ ແລະ ເບລາຣຸດ ມີລັກສະນະເພີ່ມເຕີ່ມໃຫ້ກັນ ແລະ ສິ່ງດັ່ງກ່າວຈະປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top