• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ ເຮັດວຽກກັບການນຳແຂວງເງະອານ


(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັ​ກ​ແຂວງ​ເງະ​ອານ)
​​      ຕອນ​ເຊົ້າ​ວັນ​ທີ 29/04, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງ​ຄະ​ນະ​ພັ​ກ​ແຂວງ​ເງະ​ອານ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ບໍ​ລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ໄດ້​ຮ​ຽກ​ຮ້ອງ​ໃຫ້​ແຂວງ ຕ້ອງ​ຜັ​ນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນນ​ນະ​ໂຍ​ບາຍ​, ນະ​ໂຍ​ບາຍ​ເຊິ່ງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ປະ​ກາດ​ໃຊ້, ກ່ອນ​ອື່ນ​ໝົດ​ແມ່ນ 5 ຈຸດ​ສຸມ​ໃນ​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ, ບັນ​ດາ​ໂຄງ​ການ, ແຜນ​ການ​ດຳ​ເນີນ​ງານ, ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​​ປະ​ສິດ​ທິ​ຜົນ.
        “ຂ້າ​ພະ​ເຈົ້າ​ສະ​ເໜີ​ແຂວງ​ສືບ​ຕໍ​່ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການ​ປ່ຽ​ນ​ໃໝ່​ຮູບ​ແບບ​ເຕີບ​ໂຕ ຕາມ​ທິດ​ພັດ​ທະ​ນາ​ຢ່າງ​ໄວ, ໝັ້ນ​ຄົງ. ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທິດ​ທັນ​ສະ​ໄໝ, ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ອຸ​ດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ນຳ​ໃຊ້​​ເຊື້ອ​ເພີງ, ວັດ​ຖຸ​​ອຸ​ປະ​ກອ​ນໜ້ອຍ, ບໍ່​ກໍ່​ມົນ​ລະ​ຜິດ​ຕໍ່​ສິ່ງ​ແວດ​ລ້ອມ. ຄວ​ນ​ສຸມ​ໃສ່​ຊີ້​ນຳ, ກະ​ຕຸກ​ຊຸກ​ຍູ້​ຍູ້​ໄວ​ຄວາມ​ຄືບ​ໜ້າ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຕິດ​ຕາ​ມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ”.
        ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ທ່ານ​ປະ​ທານ​ປະ​ເທດຮຽ​ກ​ຮ້ອງ​ໃຫ້​ແຂວງ​​ຄວນພັດ​ທະ​ນາ​ຕາມ​ທິດ​ກະ​ສິ​ກຳ​ຊີ​ວະ​ພາບ, ​ໝູນໃຊ້​ເຕັກ​ໂນ​ໂລ​ຊີຊີ​ວະ​ສາດ, ເຕັກ​ໂນ​ໂລ​ຊີ​ສູງ. ນອ​ກນັ້ນ​, ທາງ​ແຂວງກໍ່​ຕ້ອງ​ເອ​ົ​າ​ໃຈ​ໃສ່​ພັດ​ທະ​ນາ​ກາ​ນ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ປະ​ຫວັ​ດ​ສາດ…
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top