• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈີມີນ


ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບ
ຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

      ຕອນ​ເຊົ້າ​ວັນ​ທີ 1/8, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ພ້ອມ​ກັບ​ໜ່ວຍ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ຊຸດ​ທີ 14, ຫົວໜ່ວຍ​ເລືອກ​ຕັ້ງ​ເລກທີ 1, ຄະນະ​ ສສຊ ນະຄອນ ​ໂຮ່ຈີ​ມິນ, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ, ປະກາດ​ເນື້ອ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ທີ່​ການ​ພົບ​ປະ, ຜູ້​ມີສິດ​ເລືອກ​ຕັ້ງ​ໄດ້​ຊົມ​ເຊີຍ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14., ​ໄດ້​ປະຕິບັດ​ວຽກ​ງານ​ບຸກຄະລາ​ກອນ​ສຳ​ເລັດ​ຜ​ົນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ສະ​ເໜີ​​ແນະ​ກ່ຽວ​ກັບ​ບັນຫາ​ຕ້ານ​ການສໍ້ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ໜີ້​ສາທາລະນະ, ຄວາມ​ປອດ​ໄພ​ດ້ານ​ອາຫານ, ມົນ​ລະ​ພິດ​​ແຫຼ່ງນ້ຳ, ການປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຕໍ່ໜ້າ​ບັນດາ​ການ​ຜັນ​ປ່ຽນ​ທີ່​ສັບສົນ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ.
        ​ໂດຍ​ຮັບຮູ້​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ໜີ້​ສາທາລະນະ​ແມ່ນ​ບັນຫາສຳຄັນ​ສຳລັບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ໜ້າ​ທີ່​ຂອງ​ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ຕ້ອງ​ຄວບ​ຄຸມ​ໜີ້​ສາທາລະນະ​ເປັນ​ຢ່າງ​ດີ. ສຳລັບ​ວຽກ​ງານ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸ​ມ​ເຟືອຍ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ​ໃຫ້​ຮູ້​ວ່າ:
        “ສຸມ​ໃສ່​ການຊີ້​ນຳ, ນຳພາ​​ເປັນ​ປະຈຳ,  ຕໍ່​ເນື່ອງ ​ແລະ ສ້າງ​ການ​ສົມທົບ​ແໜ້ນ​ແຟ້ນ ​ແລະ ລະ​ດົມ​ກຳລັງ​ແຮງ​ສັງ​ລວມຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງຊົນ​ໃນ​ວຽກ​ງານ​ຕໍ່ສູ້ປ້ອງ​ກັນ, ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອ​ຍ. ພ້ອ​ມກັນ​ນັ້ນ, ພວກ​ເຮົາ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄ​ສະ​ນາ, ​ສຶກສາ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສະ​ຕິ​ຄວາມ​ຮັບຜິ​ດຊອບ​ຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການສໍ້ລາດ​ບັງ​ຫຼວງ”.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top