• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຄະນະເສດຖະກິດສູນກາງພັກ

ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ວຽກງານປີ 2020 ຂອງຄະນະເສດຖະກິດສູນກາງພັກໃນຕອນເຊົ້າວັນທີ 17 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ຄະນະເສດຖະກິດສູນກາງພັກໄດ້ຮ່ວມເດີນທາງພ້ອມກັບລັດຖະບານກ່ຽວກັບດ້ານເສດຖະກິດ.

ກອງປະຊຸມສະຫລຸບຄະນະເສດຖະກິດສູນກາງພັກ (ພາບ: VGP)

ບັນດາໝາກຜົນຮອບດ້ານຂອງປະເທດມີການປະກອບສ່ວນສຳຄັນຂອງຄະນະເສດຖະກິດສູນກາງພັກ. ໃນນັ້ນ, ຄະນະເສດຖະກິດສູນກາງໄດ້ປະຕິບັດບົດບາດເປັນອົງການຄົ້ນຄວ້າ, ເສນາທິການຂັ້ນຍຸດທະສາດ, ສະເໜີຕໍ່ກົມການເມືອງປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່, ສຳຄັນກ່ຽວກັບເສດຖະກິດສັງຄົມເປັນຢ່າງດີ. ໃນສະພາບການພາກພື້ນ, ໂລກຄາດເດົາວ່າ ຈະສືບຕໍ່ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບັນດາສິ່ງທ້າທາຍ ແລະ ຄວາມສະດວກຕໍ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ: ຄະນະເສດຖະກິດພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ ແລະ ລັດຖະບານຄວນມີຄວາມສາມັກຄີ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບກັນໃຫ້ດີກ່ວາອີກ ເພື່ອນຳປະເທດຊາດພັດທະນາ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top