• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ

      ຕອນບ່າຍ ວັນທີ 26 ທັນວາ, ຢູ່ ສຳນັກງານລັດຖະບານ, ທີການພົບປະກັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີ ຖືວ່າ ລັດຖະບານກໍ່ຈະມີກົນໄກສະດວກກວ່າໃຫ້ແກ່ບັນດາວິສາຫະກິດຂະໜາດກາງ  ແລະ ນ້ອຍ, ໃນປະຈຸບັນກວມເອົາ 90% ຈຳນວນວິສາຫະກິດຢູ່ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າການພົບປະບໍ່ພຽງແຕ່ເພື່ອລະດົມກຳລັງໃຈເທົ່ານັ້ນແຕ່ຍັງເປັນການແກ້ໄຂບັນດາຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ, ແກ້ໄຂບັນດາຂໍ້ສະເໜີແນະໄດ້ຢ່າງທັນການເພື່ອໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ກ້າວເດີນໄປພ້ອມກັບປະເທດຊາດ, ປະກອບສ່ວນໃຫ້ແກ່ການພັດທະນາປະເທດ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຈະມີການເຄື່ອນໄຫວທີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ພັດທະນາແບບຍືນຍົງ ແລະ ພ້ອມກັນປະຕິບັດເປົ້າໝາຍພັດທະນາທາງດ້ານຈຳນວນເພື່ອບັນລຸຈຳນວນວິສາຫະກິດໜຶ່ງລ້ານແຫ່ງໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະໜີໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຍູ້ແຮງການໜູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຢີ, ປະກອບສ່ວນໃຫ້ແກ່ລັດຖະບານໃນກິດຈະການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ
 (ແຫຼ່ງຄັດຈາກ VOV)
 

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top