• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ຕ້ອງເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ

      ໃນຊຸມວັນຜ່ານມາ, ຢູ່ບໍລິເວນບາງແຂວງ, ນະຄອນພາກກາງ ຫວຽດນາມໄດ້ມີຝົນຕົກໜັກ, ເກີດນ້ຳຖ້ວນໃນບໍລິເວນກ້ວາງສົ່ງຜົນສະທ້ອນເຖິງການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນ. 
            ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ມີຈົດໝາຍສົ່ງເຖິງພໍ່ແມ່ປະຊາຊົນ, ນັກຮົບ ແລະ ບັນດາກຳລັງຕ່າງໆທີ່ພວມປະຕິດບັດ ວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ ຢູ່ບັນດາແຂວງ ແຕ່ ຮ່າຕິງ ຫາ ເທື່ອທຽນເຫ້ວ.
        ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຂອງ ສະຫາຍ, ພໍ່ແມ່ພີ່ນ້ອງ, ກຳລັງປ້ອງກັນຕ້ານໄພທຳມະຊາດ, ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບໍ່ຫວາດຫວັ່ນຕໍ່ໄພອັນຕະລາຍ, ປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພິເສດເພື່ອໃຫ້ພວກນ້ອງນັກຮຽນເນື່ອງໃນໂອກາດໄຂສົກຮຽນໃໝ່.
        ໃນໄລຍະຈະມາເຖິງ, ໄພທຳມະຊາດອາດຈະສືບຕໍ່ເກີດຂຶ້ນຢ່າງຍັງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາກຳລັງປ້ອງກັນ, ຕ້ານໄພທຳມະຊາດ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ.
        ທ່ານນາຍົກລັດຖະມົນຕີໄດ້ແບ່ງປັນຄວາມຫຍຸ້ງຍາກຂອງອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດນ້ຳຖ້ວມ ແລະ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເສີມຂະຫຍາຍນ້ຳໃຈຮັບຜິດຊອບ, ຄວາມເມດຕາປານີເພື່ອຮ່ວມແຮງຮ່ວມໃຈກັນຮັບມື, ແກ້ໄຂຜົນເສຍຫາຍໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນເຮັດໃຫ້ການເປັນຢູ່, ການຜະລິດຂອງປະຊາຊົນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top