ຂ່າວສານ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ: ຕ້ອງເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ 06/09/2019 ໃນຊຸມວັນຜ່ານມາ, ຢູ່ບໍລິເວນບາງແຂວງ, ນະຄອນພາກກາງ ຫວຽດນາມໄດ້ມີຝົນຕົກໜັກ, ເກີດນ້ຳຖ້ວນໃນບໍລິເວນກ້ວາງສົ່ງຜົນສະທ້ອນເຖິງການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ມີຈົດໝາຍສົ່ງເຖິງພໍ່ແມ່ປະຊາຊົນ, ນັກຮົບ ແລະ ບັນດາກຳລັງຕ່າງໆທີ່ພວມປະຕິດບັດ ວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ ຢູ່ບັນດາແຂວງ ແຕ່ ຮ່າຕິງ ຫາ ເທື່ອທຽນເຫ້ວ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຂອງ ສະຫາຍ, ພໍ່ແມ່ພີ່ນ້ອງ, ກຳລັງປ້ອງກັນຕ້ານໄພທຳມະຊາດ, ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບໍ່ຫວາດຫວັ່ນຕໍ່ໄພອັນຕະລາຍ, ປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພິເສດເພື່ອໃຫ້ພວກນ້ອງນັກຮຽນເນື່ອງໃນໂອກາດໄຂສົກຮຽນໃໝ່. ໃນໄລຍະຈະມາເຖິງ, ໄພທຳມະຊາດອາດຈະສືບຕໍ່ເກີດຂຶ້ນຢ່າງຍັງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາກຳລັງປ້ອງກັນ, ຕ້ານໄພທຳມະຊາດ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ. ທ່ານນາຍົກລັດຖະມົນຕີໄດ້ແບ່ງປັນຄວາມຫຍຸ້ງຍາກຂອງອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດນ້ຳຖ້ວມ ແລະ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເສີມຂະຫຍາຍນ້ຳໃຈຮັບຜິດຊອບ, ຄວາມເມດຕາປານີເພື່ອຮ່ວມແຮງຮ່ວມໃຈກັນຮັບມື, ແກ້ໄຂຜົນເສຍຫາຍໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນເຮັດໃຫ້ການເປັນຢູ່, ການຜະລິດຂອງປະຊາຊົນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ. (ແຫຼ່ງຄັດຈາກ VOV)

ໃນຊຸມວັນຜ່ານມາ, ຢູ່ບໍລິເວນບາງແຂວງ, ນະຄອນພາກກາງ ຫວຽດນາມໄດ້ມີຝົນຕົກໜັກ, ເກີດນ້ຳຖ້ວນໃນບໍລິເວນກ້ວາງສົ່ງຜົນສະທ້ອນເຖິງການດຳລົງຊີວິດ ແລະ ການຜະລິດຂອງປະຊາຊົນ. ຕໍ່ໜ້າສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ມີຈົດໝາຍສົ່ງເຖິງພໍ່ແມ່ປະຊາຊົນ, ນັກຮົບ ແລະ ບັນດາກຳລັງຕ່າງໆທີ່ພວມປະຕິດບັດ ວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ກູ້ໄພກູ້ຊີບ ຢູ່ບັນດາແຂວງ ແຕ່ ຮ່າຕິງ ຫາ ເທື່ອທຽນເຫ້ວ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ, ຂອງ ສະຫາຍ, ພໍ່ແມ່ພີ່ນ້ອງ, ກຳລັງປ້ອງກັນຕ້ານໄພທຳມະຊາດ, ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ບໍ່ຫວາດຫວັ່ນຕໍ່ໄພອັນຕະລາຍ, ປະກອບສ່ວນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ພິເສດເພື່ອໃຫ້ພວກນ້ອງນັກຮຽນເນື່ອງໃນໂອກາດໄຂສົກຮຽນໃໝ່. ໃນໄລຍະຈະມາເຖິງ, ໄພທຳມະຊາດອາດຈະສືບຕໍ່ເກີດຂຶ້ນຢ່າງຍັງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາກຳລັງປ້ອງກັນ, ຕ້ານໄພທຳມະຊາດ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເປັນເຈົ້າການໃນການປະຕິບັດວຽກງານຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມໃຫ້ເປັນຢ່າງດີ ແລະ ວ່ອງໄວ. ທ່ານນາຍົກລັດຖະມົນຕີໄດ້ແບ່ງປັນຄວາມຫຍຸ້ງຍາກຂອງອຳນາດການປົກຄອງ ແລະ ປະຊາຊົນຢູ່ເຂດນ້ຳຖ້ວມ ແລະ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຖ້ວນໜ້າສືບຕໍ່ເສີມຂະຫຍາຍນ້ຳໃຈຮັບຜິດຊອບ, ຄວາມເມດຕາປານີເພື່ອຮ່ວມແຮງຮ່ວມໃຈກັນຮັບມື, ແກ້ໄຂຜົນເສຍຫາຍໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ຮັບປະກັນເຮັດໃຫ້ການເປັນຢູ່, ການຜະລິດຂອງປະຊາຊົນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ. (ແຫຼ່ງຄັດຈາກ VOV)