• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ RCEP ແລະ ກອງປະຊຸມ ອາຊຽນ - ສ. ເກົາຫຼີ

      ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເຈລະຈາສັນຍາ RCEP, ໃນນັ້ນໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈສິ້ນສຸດການເຈລະຈາເພື່ອບັນລຸໄດ້ສັນຍາການຄ້າເສລີທັນສະໄໝ

ເຈົ້າໜ້າທີ່ປະເທດຕ່າງໆເຂົ້າຮ່ວມກອງປະຊຸມ RCEP
(ພາບ:Thống Nhất/TTXVN)
      ຕອນບ່າຍວັນທີ 14 ພະຈິກ, ຢູ່ສິງກະໂປ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 2 ບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງລວມມີ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄື ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ສ. ເກົາຫຼີ, ນິວຊີແລນ. ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການເຈລະຈາສັນຍາ RCEP, ໃນນັ້ນໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈສິ້ນສຸດການເຈລະຈາເພື່ອບັນລຸໄດ້ສັນຍາການຄ້າເສລີທັນສະໄໝ, ຮອບດ້ານ, ມີຄຸນນະພາບສູງ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ທຸກຝ່າຍໃນປີ 2019.
        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ທ່ານປະທານາທິບໍດີ ສ. ເກົາຫຼີ ກໍ່ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ສ. ເກົາຫຼີ ຄັ້ງທີ 20. ບັນດາການນຳໄດ້ເຫັນດີເປັນເອກະພາບສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 200 ຕື້ USD ໃນປີ 2020; ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດຈາກການເມືອງ - ຄວາມໝັ້ນຄົງ ຕະຫຼອດຮອດເສດຖະກິດ - ການຄ້າ - ການລົງທຶນ, ແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ; ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ສ. ເກົາຫຼີ ຢູ່ ສ. ເກົາຫຼີ ໃນປີ 2019.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top