• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ ແລະພັດທະນາ ທະນາຄານ Vietinbank

      Vietinbank ໄດ້ຢັ້ງຢືນທີ່ຕັ້ງຂອງທະນາຄານນໍາໜ້າຂອງຫວຽດນາມ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ພ້ອມດ້ວຍການນໍາ ແລະພະນັກງານທະນາຄານ Vietinbank ຖ່າຍຮູບເປັນທີ່ລະນຶກ (ພາບ:TTXVN)
      ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງ - ພັດທະນາທະນາຄານ Vietinbank. ກ່າວຄໍາເຫັນທີ່ພິທີ, ທ່ານຫງວຽນຊວນຟຸກ ເນັ້ນໜັກວ່າ Vietinbank ໄດ້ຢັ້ງຢືນທີ່ຕັ້ງຂອງທະນາຄານນໍາໜ້າຂອງຫວຽດນາມ; ເຊິ່ງເປັນທະນາຄານການຄ້າແຫ່ງໜຶ່ງທີ່ມີບໍລິການຫຼາຍຮູບຫຼາຍແບບ, ເໝາະສົມກັບການເຄື່ອນໄຫວລວມຕ່າງໆ ຂອງທະນາຄານໃນໂລກ ແລະ ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງໃນທຸກຂົງເຂດຂອງພື້ນຖານເສດຖະກິດຂອງປະເທດຊາດ. ເພື່ອເປັນການຮັບຮູ້ບັນດາຜົນງານທີ່ ທະນາຄານ Vietinbank ບັນລຸໄດ້ນັ້ນ, ທ່ານ ຫງວຽນຊວນຟຸກ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ແລະ ທຸງແຂ່ງຂັນຂອງລັດຖະບານໃຫ້ແກ່ການນໍາ ແລະ ພະນັກງານຂອງທະນາຄານ Vietinbank.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, ທະນາຄານ Vietinbank ຄວນມານະພະຍາຍາມ ເພື່ອປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ນໍາພື້ນຖານເສດຖະກິດຫວຽດນາມ ບັນລຸໄດ້ກວ່າ 2.500 ຕື້ USD  ດ້ວຍລາຍຮັບສະເລ່ຍຕໍ່ຫົວຄົນກວ່າ 18.000 USD ໃນປີ 2045 ເຊິ່ງເປັນຈຸດເວລາທີ່ຫວຽດນາມສະເຫຼີມສະຫຼອງວັນຊາດຄົບຮອບ 100 ປີ. ທ່ານກ່າວວ່າ:
        ດັ່ງທີ່ພວກເຮົາໄດ້ຮູ້ນໍາກັນແລ້ວວ່າ ການປະຕິບັດອຸດສາຫະກໍາ 4.0 ຈະເຮັດໃຫ້ບັນດາແງ່ມູມໃນການເຄື່ອນໄຫວຂອງທະນາຄານມີການປ່ຽນແປງ ດ້ວຍບັນດາເຕັກໂນໂລຢີໃໝ່, ອັນໄດ້ເຮັດໃຫ້ຮູບແບບການບໍລິຫານ ແລະ ການບໍລິການຂອງທະນາຄານ ມີການປ່ຽນແປງໂດຍພື້ນຖານ. ຖ້າຫາກພວກເຮົາບໍ່ອັບເດດ, ພວກເຮົາຈະຖືກປະໄວ້ຢູ່ທາງຫຼັງໃນການຊ່ວງເສັງຂອງບັນດາທະນາຄານຢູ່ໃນພາກພື້ນ ແລະ ໃນໂລກ”.
        ໃນໄລຍະຍາວ, ທ່ານນາຍົກລັດຖະມົນຕີ ໄດ້ວາງເປົ້າໝາຍໃຫ້ແກ່ ທະນາຄານ Vietinbank ກາຍເປັນກຸ່ມບໍລິສັດການເງິນ ທີ່ມີຂອບຂະໜາດໃຫຍ່ ແລະ ມີປະສິດທິພາບເຄື່ອນໄຫວດີທີ່ສຸດໃນລະບົບທະນາຄານຂອງຫວຽດນາມໃນປີ 2020.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top