• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ເຂົ້າຮ່ວມເວທີປາໄສການລົງທຶນແມ່ນ້ຳຂອງ - ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ແຈ້ງຂ່າວຕໍ່ບັນດານັກລົງທຶນ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງພາກພື້ນ ແມ່ນ້ຳຂອງ ແລະ ຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ເວທີປາໄສ 

ຕອນບ່າຍວັນທີ 9 ຕຸລາ, ທີ່ໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽງນຊວນຝຸກ ພ້ອມດ້ວຍການນຳບັນດາປະເທດແມ່ນ້ຳຂອງ ໄດ້ເຂົ້າຮ່ວມ ເວທີປາໄສການລົງທຶນ ແມ່ນ້ຳຂອງ - ຍີ່ປຸ່ນ. ທີ່ເວທີປາໄສ, ການນຳ 5 ປະເທດແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ, ລາວ, ໄທ, ມຽນມາ) ລ້ວນແຕ່ມີບົດກ່າວຄຳເຫັນ, ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືການລົງທຶນລະຫວ່າງ ແມ່ນ້ຳຂອງ ແລະ ຍີ່ປຸ່ນ.

ໃນບົດກ່າວຄຳເຫັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ແຈ້ງຂ່າວຕໍ່ບັນດານັກລົງທຶນ ກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງພາກພື້ນ ແມ່ນ້ຳຂອງ ແລະ ຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ ຫວຽດນາມ. ທ່ານໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີສະພາບການເມືອງ ສັງຄົມ ແລະ ອະຫາພາກທີ່ໝັ້ນຄົງ, ກາຍເຕີບໂຕເສດຖະກິດ ຍາມໃດກໍ່ຮັກສາໃນລະດັບສູງ. ຫວຽດນາມມີພື້ນຖານດ້ານການເມືອງ, ພື້ນຖານເສດຖະກິດ, ພື້ນຖານການຄ້າຍຸດທະສາດທີ່ສຳຄັນໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຍັງໃຫ້ຮູ້ຕື່ມອີກວ່າ ມີສັນຍາການຄ້າເສລີ 16 ສະບັບ ທີ່ຫວຽດນາມໄດ້ ແລະ ໃກ້ຈະລົງນາມ, ໃນນັ້ນ ມີສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າ ຂ້າມປາຊີຟິກ (CPTPP) ເຊິ່ງຫວຽດນາມ ແລະ ຍີ່ປຸ່ນ ເປັນສອງປະເທດນຳໜ້າໃນການຊຸກຍູ້ການເຈລະຈາ ແລະ ລົງນາມ. ທ່ານກ່າວວ່າ:

“ສຳລັບຍີ່ປຸ່ນເອງ, ຫວຽດນາມ ທັງມີ FTA ສອງຝ່າຍ, ທັງມີ FTA ຫຼາຍຝ່າຍໃນຂອບເຂດອາຊຽນ. ພວກເຮົາໄດ້ລົງນາມ CPTPP ແລະ ກຳລັງຫຍັບໃກ້ສູ່ ສົນທິສັນຍາ RCEP. ຫວຽດນາມ ແລະ ຍີ່ປຸ່ນ ແມ່ນປະເທດ ລ້ວນແຕ່ໄດ້ເຂົ້າຮ່ວມໃນບັນດາຄຸນຄ່າທົ່ວໂລກ ຢ່າງເລິກເຊີ່ງ, ກ້ວາງຂວາງ. ດ້ວຍບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ, ຫວຽດນາມແມ່ນກາລະໂອກາດເພື່ອໃຫ້ບັນດາກຸ່ມບໍລິສັດນານາຊາດ ຫັນເປັນຫຼາຍຮູບແບບ, ເຮັດໃໝ່ ແລະ ສ້າງຄວາມແຕກຕ່າງໃຫ້ແກ່ບັນດາການສະໜອງຂອງຕົນ. ຈຳນວນປະຊາກອນຫວຽດນາມ ໃກ້ບັນລຸຕົວເລກ 100 ລ້ານຄົນ, ໝາຍຄວາມວ່າເກືອບເທົ່າກັບຍີ່ປຸ່ນ, ແຕ່ວ່າ ຫວຽດນາມ ມີຈຳນວນປະຊາກອນໜຸ່ມ ຢູ່ໃນລະດັບອາຍຸ ສະເລ່ຍແມ່ນ 31 ປີ, ສ່ວນຫຼາຍໄດ້ຮັບການບຳລຸງສ້າງທີ່ດີ, ມີທັກສະ, ມີພິບໄຫວ, ຄ່ອງແຄ້ວ ແລະ ມີລະດັບການປັບຕົງໃຫ້ເໝາະສົມສູງ”.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top