• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Sushama Swaraj ລັດຖະມົນຕີການຕ່າງປະເທດ ອິນເດຍ

ຕອນບ່າຍວັນທີ 28 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ  ໄດ້ໃຫ້ການຕ້ອນຮັບ ທ່ານນາງ Sushama Swaraj ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.


ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວນຟຸກ ແລະທ່ານນາງ Sushama Swaraj ລັດຖະມົນຕີການຕ່າງປະເທດ ອິນເດຍ 

(ພາບ: VGP/Quang Hieu)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ຊຸກຍູ້ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອິນເດຍ ໃຫ້ເຂົ້າສູູ່ລ່ວງເລິກ. ທ່ານນາຍົກລັດຖະມົນຕີ  ສະເໜີທ່ານນາງລັດຖະມົນຕີການຕ່າງປະເທດອິນເດຍ ເອົາໃຈໃສ່ຮັກສາ ແລະຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ. ຍູ້ແຮງການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ໃນນັ້ນ, ຕັ້ງໜ້າແລກປ່ຽນບົດຮຽນ ເພື່ອຫຼຸດຜ່ອນບັນດາມາດຕະການປົກປ້ອງການຄ້າ.

        ທ່ານນາຍົກລັດຖະມົນຕີກໍປາດຖະໜາວ່າ ບັນດາກຸ່ມບໍລິສັດຂະໜາດໃຫຍ່ຂອງອິນເດຍ ຈະເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດພະລັງງານ,ພະລັງງານຜະລິດຄືນໃໝ່, ຂຸດຄົ້ນນໍ້າມັນອາຍແກັດ.  ທ່່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມສະໜັບສະໜູນນະໂຍບາຍ “ການກະທໍາມຸ່ງໄປເຖິງທາງທິດຕາເວັນອອກ” ຂອງອິນເດຍ;  ພ້ອມທັງປາດຖະໜາວ່າ ອິນເດຍ ຈະສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນໃນໂຄງສ້າງພາກພື້ນ; ສະເໜີໃຫ້ຝ່າຍອິນເດຍ ຮັກສາທັດສະນະຕັ້ງໜ້າ, ເຊີດຊູເລື່ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່  ທະເລຕາເວັນອອກ; ເຄົາລົບກົດໝາຍ,ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານການເຄົາລົບກົດໝາຍສາກົນ.

        ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushama Swaraj ຢັ້ງຢືນວ່າ ອິນເດຍ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມກວ່າອີກ, ໂດຍສະເພາະແມ່ນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດວິທະຍາສາດ ເຕັກນິກ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈເຊ່ິງກັນ ແລະກັນ...ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຄວາມວັດທະນາຖາວອນຂອງພາກພື້ນ ກໍຄືໃນໂລກ.

(ແຫຼ່ງຄັດຈາກ VOV)


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top