• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄະນະປະຈໍາລັດຖະບານ

ຕອນບ່າຍວັນທີ 28 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນນາມ ຫງວຽນຊວນຟຸກ ເປັນປະທານ ກອງປະຊຸມຄະນະປະຈໍາລັດຖະບານຫວຽດນາມ ເຊິ່ງໄດ້ປຶກສາຫາລືກ່ຽວກັບ ສະພາບການດ້ານເສດຖະກິດສັງຄົມ, ງົບປະມານແຫ່ງລັດ ແລະ ການລົງທຶນພາກລັດ.


ທ່ານນາຍົກລັດຖະມົນຕີຫວຽດນນາມ ຫງວຽນຊວນຟຸກ ເປັນປະທານ ກອງປະຊຸມຄະນະປະຈໍາລັດຖະບານຫວຽດນາມ

(ພາບ: Viet Cuong/VOV)

ຄະນະປະຈໍາລັດຖະບານຫວຽດນາມ ໄດ້ຮັບຟັງ ແລະ ປຶກສາຫາລື ກ່ຽວກັບບົດລາຍງານຕີລາຄາສະພາບການດ້ານເສດຖະກິດ-ສັງຄົມ ປີ 2018, ແຜນການເສດຖະກິດສັງຄົມ ປີ 2019, ສະພາບການປະຕິບັດງົບປະມານແຫ່ງລັດ ປີີ 2018, ຂຶ້ນແຜນງົບປະມານແຫ່ງລັດປີ 2019; ບົນພື້ນຖານບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້, ຄາດຄະເນວ່າທັງໝົດ 12 ຄາດໝາຍ ປີ 2018 ຈະປະຕິບັດສໍາເລັດຢ່າງຮອບດ້ານ.

        ທີ່ກອງປະຊຸມ, ຄະນະປະຈໍາລັດຖະບານ ໄດ້ຮັບຟັງ ແລະ ປະກອບຄໍາເຫັນໃສ່ບົດລາຍງານຕີລາຄາກາງສະໄໝກ່ຽວກັບ ໄລຍະແຜນການພັດທະນາເສດຖະກິດສັງຄົມ, ງົບປະມານແຫ່ງລັດ, ແຜນການ ການລົງທຶນພາກລັດ ໄລຍະກາງ 2016 – 2020 ແລະ ແຜນການການເງິນ-ງົບປະມານແຫ່ງລັດ ໄລຍະ 03 ປີ 2019 – 2021.

        ກ່າວສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ມອບຫຼາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ແລະ ຫ້ອງວ່າການລັດຖະບານ ຮັບເອົາບັນດາຄໍາຄິດເຫັນ, ສືບຕໍ່ເຮັດບັນດາບົດລາຍງານຕີລາຄາໃຫ້ສໍາເລັດ ເພື່ອຍື່ນສະເໜີຕໍ່ລັດຖະບານຢູ່ກອງ ປະຊຸມປະຈໍາເດືອນສິງຫາ. ພິເສດແມ່ນ ກະກຽມບັນດາເນື້ອໃນໃຫ້ລະອຽດກອ່ນຈະຍື່ນສະເໜີຕໍ່ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ ກອງປະຊຸມສະໄໝສາມັນສະພາແຫ່ງຊາດເທື່ອທີ 6.

(ແຫຼ່ງຄັດຈາກ VOV)


ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top