• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”

ຕອນເຊົ້າວັນທີ 17 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ການນຳບາງກະຊວງ, ຄະນະ, ຂະແໜງການ ແລະ ຜູ້ແທນກ່ວາ 1.500 ຄົນ.

 ກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ດ້ວຍທ່າໄດ້ປຽບຫລາຍຢ່າງທີ່ມີຢູ່ແລ້ວ, ຮ່າໂນ້ຍ ສາມາດມຸ່ງໄປເຖິງການກໍ່ສ້າງພື້ນຖານເສດຖະກິດພູມປັນຍາຢ່າງແຮງ ດ້ວຍບັນດາມະຫາວິທະຍາໄລທີ່ມີຄຸນນະພາບສາກົນ, ບັນດາສູນຄົ້ນຄວ້າ ແລະ ຫ້ອງທົດລອງເຕັກໂນໂລຢີສູງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ເພື່ອຫັນວິໄສທັດການພັດທະນາຕົວເມືອງແຫ່ງປະດິດຄິດສ້າງ, ສີວິໄລ, ທັນສະໄໝໃຫ້ປະກົດຜົນເປັນຈິງຈິງ, ແຕ່ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫລວງແຫ່ງອະລິຍະທຳຈະບໍ່ຖືກສູນເສຍໄປ; ປະຕິບັດທັດສະນະກໍ່ສ້າງນະຄອນຫລວງຂຽວ, ສະອາດ, ອະນຸລັກຮັກສາ ແລະ ມີກົດລະບຽບວິໄນ, ພູມປັນຍາ ແລະ ເຕັກໂນໂລຢີ, ນະຄອນຫລວງ ຮ່າໂນ້ຍ ຄວນປະຕິບັດບາງໜ້າທີ່. ນັ້ນແມ່ນ, ມີແຜນການສັງລວມ ແລະ ໂຄງການດຳເນີນງານພັດທະນານະຄອນ, ຊອກຫາບັນດາກຳລັງໜູນການເຕີບໂຕໃໝ່ ມີລັກສະນະບຸກທະລຸ, ໝັ້ນຄົງໃນໄລຍະຍາວ. ພິເສດຄວນມີວິໄສທັດຕໍ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ, ບັນດາເມືອງສ້າງຕັ້ງໃໝ່.

 (ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top