ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017
ຕອນເຊົ້າວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ເນື່ອງໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017 ຢູ່ ດ່າໜັງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern
ນະທີ່ນີ້, 2 ຝ່າຍຕີລາຄາການພົວພັນ ຫວຽດນາມ - ນິວຊີແລນ ພວມພັດທະນາອັນດີງາມ ແລະ ນັບມື້ນັບເຂົ້າສູ່ແທດຈິງ.
ແລະກໍ່ໃນຕອນເຊົ້າວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການ ເຈລະຈາກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull. ທີ່ການ ເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນ ຫວຽດນາມ - ອົດສະຕາລີ ນັບແຕ່ພາຍຫລັງການລົງນາມໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຮອບດ້ານເພີ່ມທະວີ 2015.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull
ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບບັນດາວິສາຫະກິດແຖວໜ້າຂອງ ອົດສະຕາລີ ໃນບັນດາຂົງເຂດສາທາລະນະສຸກ, ການຜະລິດ, ປະດິດສ້າງ, ຂຸດຄົ້ນແຮ່ທາດ, ນ້ຳມັນອາຍແກັສ, ການບິນ ແລະ ການປຸງແຕ່ງຜະລິດຕະພັນກະເສດຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດ ອົດສະຕາລີ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ CEO ໃນຂອບເຂດກອງປະຊຸມສຸດຍອດ APEC 2017; ຕີລາຄາສູງບົດບາດຂອງບັນດາວິສາຫະກິດໃນການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.
(ແຫຼ່ງຄັດຈາກ VOV)