ຂ່າວສານ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ປະເທດຫວຽດນາມຂະຫຍັນຂັນເຄື່ອນ,ເຊື່ອມໂຍງແລະພັດທະນາຢູ່ອາຊີ-ປາຊີຟີກ
ເນື່ອງໃນໂອກາດດຳເນີນສັບປະດາຂັ້ນສູງ APEC 2017, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບົດຂຽນ “ປະເທດຫວຽດນາມຂະຫຍັນຂັນເຄື່ອນ, ເຊື່ອມໂຍງ ແລະ ພັດທະນາ ຢູ່ ອາຊີ - ປາຊີຟີກ”. ວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເຫນີເນື້ອໃນຕົ້ນຕໍຂອງບົດຂຽນດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕອບຄຳຖາມບັນດາວິສາຫະກິດທີ່ກອງປະຊຸມສຸດຍອດທຸລະກິດ
ພາບ: Vietnam+
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ເຂົ້າຮ່ວມເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟິກ ເມື່ອວັນທີ 15 ພະຈິກປີ 1998 ແມ່ນເຫດການມີຄວາມໝາຍ, ສ້າງຂີດໝາຍສຳຄັນສຳລັບການພັດທະນາຮອບດ້ານຂອງປະເທດຊາດໃນທຸກຂົງເຂດ, ສ້າງພື້ນຖານໃຫ້ແກ່ການເຊື່ອມໂຍງທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ຕັ້ງຫນ້າ.
ທົບທວນຄືນບັນດາຜົນງານແຫ່ງການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ ໃນ ກວ່າ 30 ປີແຫ່ງການປ່ຽນແປງໃຫມ່, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ຫວຽດນາມ ໄດ້ກຳນົດ: ບັນດາການປະຕິຮູບ, ການປ່ຽນແປງໃຫມ່, ເສີມຂະຫຍາຍກຳລັງແຮງພາຍໃນ ແມ່ນສິ່ງສຳຄັນທີ່ສຸດໃຫ້ແກ່ການພັດທະນາວັດທະນາຖາວອນຂອງປະເທດຊາດ.
ໃນສະພາບການໂລກາພິວັດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ລັດຖະບານສ້າງສັນພັດທະນາຂອງຫວຽດນາມແມ່ນເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາກົນໄກຄຸ້ມຄອງຢ່າງມີໄຫວພິບ, ຫນູນຊ່ວຍການສຳຜັດກັບຕະຫລາດທີ່ໂປ່ງໃສ, ຮັກສາມາດຕະຖານແຮງງານກ້າວຫນ້າ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງວິສາຫະກິດ, ພ້ອມທັງ ຊຸກຍູ້ການປ່ຽນແປງໃຫມ່ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ.
ເມື່ອເຕື້ອງເຖິງການພັດທະນາຂອງບັນດາພື້ນຖານເສດຖະກິດສະມາຊິກ APEC, ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ໃນສະພາບການປະຈຸບັນ, APEC ຄວນສ້າງສີສັນສະເພາະໃຫ້ຕົນເອງ, ສ້າງກົນໄກຫນຶ່ງ ເພື່ອແນໃສ່ຊອກຫາຄວາມເປັນເອກະພາບສູງໃນບັນດາສະມາຊິກ APEC. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ອາຊີ - ປາຊີຟີກ ສາມັກຄີ, ສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ ຕ້ອງແມ່ນເປົ້າໝາຍ, ຄວາມຮັບຜິດຊອບລວມ, ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈ, ຮຽງບ່າຮຽງໄຫລ່ຂອງທຸກພື້ນຖານເສດຖະກິດ APEC.
ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະຫນາວ່າ ທີ່ APEC 2017, ບັນດາການນຳຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ຈະວາງອອກບັນດາມາດຕະການດີເລີດ ເພື່ອພ້ອມກັນ “ສ້າງກຳລັງຫນູນໃຫມ່, ເພີ່ມພູນຄູນສ້າງອະນາຄົດລວມ.”

(ແຫຼ່ງຄັດຈາກ VOV)