• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ

      ຕອນບ່າຍວັນທີ 26 ຕຸລາ, ທີ່ການຕ້ອນຮັບຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ Lee Chul Sung, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນເຖິງການສະໜັບສະໜູນຢ່າງແຮງຂອງລັດຖະບານຫວຽດນາມ ສຳລັບການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ
ຕ້ອນຮັບຜູ້ບັນຊາການອົງການຕຳຫຼາດແຫ່ງຊາດສ.ເກົາຫຼີ)
      ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງຄວາມຕ້ອງການສືບຕໍ່ຮ່ວມມື, ຮ່ຳຮຽນ, ແລກປ່ຽນບົດຮຽນລະຫວ່າງ 2 ອົງການຕຳຫຼວດ 2 ປະເທດ, ໂດຍສະເພາະແມ່ນໃນສະພາບຫວຽດນາມ ພວມມານະພະຍາຍາມຮັບປະກັນຄວາມປອດໄພຢ່າງສຸດຂີດໃຫ້ສັບປະດາຂັ້ນສູງ APEC 2017. 2 ຝ່າຍຄວນຕັ້ງໜ້າແລກປ່ຽນຂໍ້ມູນຂ່າວກ່ຽວກັບອາດຊະຍາກຳ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນບັນດາອາດຊະຍາກຳບໍ່ເປັນການທະຫານ, ອາດຊະຍາກຳຂ້າມຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ການຢ້ຽມຢາມຂອງຜູ້ບັນຊາການອົງການຕຳຫຼວດແຫ່ງຊາດສ.ເກົາຫຼີ Lee Chul Sung ຈະເປີດໄລຍະໃໝ່ໃນການພົວພັນລະຫວ່າງ 2 ກຳລັງຕະຫຼວດຂອງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top