• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມສະຫະລັດອາເມລິກາຢ່າງເປັນທາງການ

      ຕອນເຊົ້າວັນທີ 02 ມິຖຸນາ (ຕາມເວລາຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫະສະລັດອາເມລິກາ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານາທິບໍດີອາເມລິກາ Donald Trump.
ການນຳ 2 ທ່ານເຈລະຈາ
(ພາບ: Reuters)
      ນີ້ແມ່ນການຢ້ຽຢມາມອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນຜູ້ນຳໜ້າລັດຖະບານ. ໃນການຢ້ຽມຢາມແຕ່ວັນທີ 29 – 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີລາຍການເຮັດວຽກ ດ້ວຍ 45 ການເຄື່ອນໄຫວ. ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump ໄດ້ມີການເຈລະຈາກຳກັນ. ທີ່ການເຈລະຈາ, ການນຳ 2 ທ່ານໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ມານະພະຍາຍາມພັດທະນາການພົວພັນລະຫວ່າງ 2 ປະເທດຢ່າງມີສະຖຽນລະພາບ, ຍາວນານ, ສ້າງສັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ… ບົນພື້ນຖານເຄົາລົບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນ; ເຄົາລົບເອກະລາດ, ຜືນແຜ່ນດິນອັບຄົບຖ້ວນຂອງກັນ, ເຄົາລົບລະບອບການເມືອງຂອງກັນ. ການນຳ 2 ທ່ານກໍ່ເຫັນດີນຳກັນຍູ້ແຮງການຮ່ວມມືໃນບັນດາຂົງເຂດ 2 ຝ່າຍ… ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນການເດີນເຮືອ, ການບິນຢ່າງເສລີຢູ່ທະເລຕາເວັນອອກ; ຢືນຢັນສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງການບົນພືນຖານກົດໝາຍສາກົນໂດຍສັນຕິວິທີ, ລວມທັງເຄົາລົບບັນດາວິວັດທະນາການດ້ານການທູດ ແລະ ນິຕິກຳຢ່າງຄົບຖ້ວນ. ການນຳ 2 ທ່ານໄດ້ຊົມເຊີຍຄວາມກ້າວໜ້າໃນການເຈລະຈາກົດແຫ່ງການປະພຶດຢ່າງມີປະສິດທິຜົນ ແລະ ມີຄວາມໝາຍ.
        ໃນໄລຍະຢ້ຽມຢາມອາເມລິກາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ; ພົບປະແລກປ່ຽນກັບບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງອາເມລິກາ…
        ອາດເວົ້າໄດ້ວ່າ, ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບັນລຸຜົນສຳເລັດຢ່າງຈົບງາມ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາຮັກສາ ແລະ ພັດທະນາທ່າພົວພັນ, ພ້ອມທັງບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບຂອບເຂດໃໝ່ ໃນການພົວພັນຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ, ສ້າງກຳລັງໜູນໃໝ່ປະກອບສ່ວນໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top