ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 26/4, ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້, ຜູ້ປະຈຳການຄະນະເລຂາທິການ ແລະ ຮອງປະທານປະເທດ ພັນຄຳ ວິພາວັນ, ຕ້ອນຮັບທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ວິໄລວອງ ບຸດດາຄຳ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້
ເມື່ອເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສູດແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ, ສະເໜີໃຫ້ນາຍົກລັດຖະມົນຕີ 2 ປະເທດຊີ້ນຳບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ 2 ປະເທດຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 39 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ແລະ ລັດຖະບານ ລາວ ຢ່າງມີປະສິດທິຜົນ.
ທີ່ການພົບປະກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດ ລາວ ທ່ານ ພັນຄຳ ວິພາວັນ, ໄດ້ເນັ້ນໜັກວ່າການຢ້ຽມຢາມລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະກອບສ່ວນສຳຄັນ ໃນການປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ, ພິເສດ, ໃນສະພາບການທີ່ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ 2 ປະເທດ ພວມຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.
ແລະກໍ່ໃນຕອນບ່າຍວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ຫວຽດນາມ ໂດຍທ່ານ ວິໄລວອງ ບຸດດາຄຳ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະມາຄົມນຳໜ້າ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະມາຄົມສືບຕໍ່ມານະພະຍາຍາມ, ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)