• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ: ຍົກສູງ ຄຸນນະພາບເສັ້ນຊາຍແດນທາງບົກ ຫວຽດນາມ - ກໍາປູເຈຍ

      ເລື່ອງເຊັນສົນທິສັນຍາເພີ່ມເຕີມປີ 2019 ແລະ ອະນຸສັນຍາ ຂີດຂັນປັກຫຼັກໝາຍຊາຍແດນທາງບົກ ແມ່ນຂີດໝາຍປະຫວັດສາດ ກ່ຽວກັບຄວາມມານະພະຍາຍາມຂອງສອງປະເທດໃນການແກ້ໄຂບັນຫາຊາຍແດນ...

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ (ພາບ: Ngoc Thang)
      ຕອນບ່າຍວັນທີ 14 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຟັງບົດສະເໜີລາຍງານກວດກາກ່ຽວກັບການສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນສົນທິສັນຍາເພີ່ມເຕີມສົນທິສັນຍາກໍານົດຊາຍແດນແຫ່ງຊາດ ປີ 1985 ແລະ ສັນຍາເພີ່ມເຕີມປີ 2005 ລະຫວ່າງ ຫວຽດນາມ ແລະ ກໍາປູເຈຍ; ອະນຸສັນຍາຂີດຂັນປັກຫຼັກໝາຍຊາຍແດນທາງບົກ ຫວ່າງ ຫວຽດນາມ - ກໍາປູເຈຍ. ກ່າວບົດສະເໜີກ່ຽວກັບການໃຫ້ສັດຕະຍາບັນເອກະສານສອງສະບັບດັ່ງກ່າວ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຢືນຢັນວ່າ:
        “ເລື່ອງເຊັນສົນທິສັນຍາເພີ່ມເຕີມປີ 2019 ແລະ ອະນຸສັນຍາ ຂີດຂັນປັກຫຼັກໝາຍຊາຍແດນທາງບົກ ແມ່ນຂີດໝາຍປະຫວັດສາດ ກ່ຽວກັບຄວາມມານະພະຍາຍາມຂອງສອງປະເທດໃນການແກ້ໄຂບັນຫາຊາຍແດນ, ຊຶ່ງຈະສ້າງສະພາບການໃໝ່ກ່ຽວກັບຄວາມໝັ້ນຄົງ, ການເມືອງ ແລະ ສາຍພົວພັນລະຫວ່າງສອງປະເທດ ກໍຄືໃນພາກພື້ນ. ໂດຍແມ່ນພື້ນຖານດ້ານນິຕິກໍາ, ຮັບປະກັນໃນອະນາຄົດ ຈະບໍ່ມີອິດທິກໍາລັງໃດໆ ສາມາດລົບລ້າງໝາກຜົນແຫ່ງການແກ້ໄຂຊາຍແດນທາງບົກ ລະຫວ່່າງສອງປະເທດ; ຈໍາກັດເລື່ອງບັນດາອິດທິກໍາລັງເປັນປໍລະປັກ ສວຍໃຊ້ບັນຫາຊາຍແດນຂອງສອງປະເທດ ເປັນຄັນຕະລະບັດທາງດ້ານການເມືອງ, ແນໃສ່່ເສກສັນປັ້ນແຕ່ງ, ປຸກປັ່ນຍຸແຍ່ ຫວັງມ້າງເພທໍາລາຍຕ້ານລັດຫວຽດນາມ ແລະ ສາຍພົວພັນລະຫວ່່າງສອງປະເທດ”.
        ແລະກໍໃນການປະຊຸມ ໃນຕອນບ່າຍວັນທີ 14 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການທົດລອງການຈັດຕັ້ງ ສະພາປະຊາຊົນຢູ່ບັນດາຕາແສງ ຂຶ້ນກັບເມືອງ, ເທດສະບານຂອງນະຄອນຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top