• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ຍິງທົ່ວໂລກ

ແມ່ຍິງຈະປະສົບຜົນສໍາເລັດເມື່ອຍາດແບ່ງໄດ້ບັນດາແຫຼ່ງກໍາລັງ ແລະ ກາລະໂອກາດເພື່ອບືນຕົວຂຶ້ນ, ເປັນເຈົ້າຂອງພູມປັນຍາ, ເຂົ້າຮ່ວມໃນບັນດາອົງການບໍລິຫານລັດ, ອົງການຈັດຕັ້ງການເມືອງ, ສັງຄົມ, ວິສາຫະກິດ ແລະ ນັບທັງພື້ນຖານເສດຖະກິດອີກດ້ວຍ.
ຕອນຄໍ່າວັນທີ 04 ກໍລະກົດ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Basel (ສະວິດ), ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2019 ດ້ວຍຫົວຂໍ້ວ່າ “ແມ່ຍິງ - ສ້າງນິຍາມສໍາເລັດຄືນໃໝ່. ກອງປະຊຸມປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 1.600 ທ່ານ ທີ່ມາຈາກ 70 ປະເທດ ແລະ ເຂດແຄວ້ນ.

ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງທີ່ກອງປະຊຸມ (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ແບ່ງປັນບາງທັດສະນະກ່ຽວກັບມາດຖານວັດແທກຜົນສໍາເລັດ ສໍາລັບແມ່່ຍິງໃນຍຸກສະໄໝໃໝ່. ທ່ານນາງ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ແມ່ຍິງຈະປະສົບຜົນສໍາເລັດເມື່ອຍາດແບ່ງໄດ້ບັນດາແຫຼ່ງກໍາລັງ ແລະ ກາລະໂອກາດເພື່ອບືນຕົວຂຶ້ນ, ເປັນເຈົ້າຂອງພູມປັນຍາ, ເຂົ້າຮ່ວມໃນບັນດາອົງການບໍລິຫານລັດ, ອົງການຈັດຕັ້ງການເມືອງ, ສັງຄົມ, ວິສາຫະກິດ ແລະ ນັບທັງພື້ນຖານເສດຖະກິດອີກດ້ວຍ. ພ້ອມກັນນັ້ນ, ຜົນສໍາເລັດກໍຕິດພັນກັບຄວາມເປັນເອກະລາດດ້ານເສດຖະກິດ ແລະ ຄວາມຍືນຍົງ, ຮຽກຮ້ອງໃຫ້ແມ່ຍິງຕ້ອງຮັບປະກັນສຸຂະພາບທັງຮ່າງກາຍ, ພູມປັນຍາ ແລະ ຈິດໃຈ. ທ່ານນາງ ດັ້ງທິງອກທິ້ງ ຢັ້ງຢືນວ່າ ແມ່ຍິງພວມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອຫັນບັນດາສິ່ງທ້າທາຍໃນສັງກາດດີຈີຕອນ ແລະ ການປະຕິວັດອຸດສາຫະກໍາ 4.0 ໃຫ້ກາຍເປັນກາລະໂອກາດໃຫ້ແກ່ຕົນເອງ ແລະ ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ. 

        ຢູ່ນອກກອງປະຊຸມ, ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານນາງ Nadine Girault ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝະລັ່ງໂກໂຟນີ ລັດ Quebec (ການາດາ).

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານປະເທດ ໄດ້ເຮັດວຽກກັບການນໍາກຸ່ມບໍລິສັດພະລັງງານ ແລະ ເຕັກໂນໂລຢີຫັນເປັນອັດຕະໂນມັດ ABB ຢູ່ນະຄອນ Zurich, ສູນກາງເສດຖະກິດ, ການເງິນແຖວໜ້າຂອງ ສະວິດ ອີກດ້ວຍ. 

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top