• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ດັ້ງທິງັອກທີ້ງ ຢ້ຽມຢາມ ແລະ ມອບຂອງຂັວນບຸນເຕັດປີໃໝ່ ໃຫ້ບັນດາເປົ້າໝາຍຢູ່ແຂວງ ລອງອານ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ (ພາບ: TTXVN)

ເນື່ອງໃນໂອກາດປີໃໝ່ ປີກຸນ 2019, ຕອນບ່າຍວັນທີ 28 ມັງກອນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທີ້ງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບຄວາມຫຍຸ້ງຍາກເປັນພິເສດ ຢູ່ຕາແສງ ອານລຸກລອງ, ເມືອງ ເຈົາແທ່ງ, ແຂວງ ລອງອານ. ທ່ານນາງຮອງປະທານປະເທດ ດັ້ງທິງັອກທີ້ງ ສະເໜີວ່າ ໃນໄລຍະທີ່ຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງແຂວງລອງອານ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນໃຫ້ເປັນຢ່າງດີ; ເພີ່ມທະວີວຽກງານສະຫວັດດີການສັງຄົມຫຼາຍຂຶ້ນຕຶ່ນ, ເອົາໃຈໃສ່ເບິ່ງແຍງບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ໃນບໍລິເວນ.

ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ໄດ້ເຂົ້າຮ່ວມພິທີສະຫຼອງໂຄງການເສັ້ນທາງຊົນລະປະທານ ຈ໋ຽນເດົ໋າ (ເຈົາແທ່ງ, ລອງອານ).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top