• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ ລາຍເຈົາ


ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ 
ຢ້ຽມຢາມ ແລະ ເຮັດວຽກຢູ່ ລາຍເຈົາ
(ພາບ: daibieunhandan)

      ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 11/03, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ຕີ​ລາຄາ​ສູງ​ເມືອງ ນ້ຳ​ຍູນ ​ເຖິງ​ວ່າ​ແມ່ນ​ເມືອງ​ຊາຍ​ແດນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງກໍ່ຕາມ ​ແຕ່​ໄດ້​ປະຕິບັດ​ວຽກ​ງານ​ຮັບປະກັນຊີວິດ​ສັງຄົມ, ​​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ໃຫ​້ປະຊາຊົນ​ຢ່າງ​ດີ​ພໍ​ສົນ​ຄວນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຖື​ວ່າ ດ້ວຍ​​ໂຄງການເຂື່ອນ​ໄຟຟ້າ​ນ້ຳຕົກ ລາຍ​ເຈົາ ​ໃນ​ບໍລິ​ເວນ, ນ້ຳ​ຍູນ ຄວນ​ເອົາ​ໃຈ​ໃສ່​ພິ​ເສດ ​ເຖິງ​ການ​ຮັກສາ​ປ່າ​ ​ແລະ ພັດທະນາ​ປ່າ​. ຈາກ​ນັ້ນ ປະຕິບັດ​ພາລະ​ໜ້າ​ທີ່ສະ​ສົມ ​ແລະ ປ່ອຍ​ນ້ຳ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຮັບປະກັນ​ຄວາມ​ປອດ​ໄພ​ແຫຼ່ງນ້ຳ​ກໍ່​ຄື​ຮັກສາ​​ປ່າ​ສະຫງວນ. ບັນດາ​ຂໍ້​ສະ​ເໜີ​ຂອງ ນ້ຳ​ຍູນ ກໍ່​ຄື​ແຂວງ ລາຍ​ເຈົາ ກ່ຽວ​ກັບ​ລະບອບ​, ນະ​ໂຍບາຍ​ໃຫ້​ແກ່​ຜູ້​ປູກ​ປ່າ ຈະຖືກ​ຄະນະ​ປະຕິບັດ​ງານ​ຄົ້ນຄວ້າ ​ແລະ ສະ​ເໜີ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ແກ້​ໄຂ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ ພັກ ​ແລະ ລັດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກງານຍົກຍ້າຍປະຊາຊົນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່. ທ່ານ​ນາງ​ປະທານ​ສະພາ​ແຫ​່ງຊາດ​ສະ​ເໜີ ນ້ຳ​ຍູນ ຄວນ​ສືບ​ຕໍ່​ແກ້​ໄຂ, ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່ 738 ຄອບຄົວດ້ວຍພົນລະ​ເມືອງ 3.023 ຄົນ​ທີ່​ຂຶ້ນ​ກັບ​ເປົ້າ​ໝາຍ​ຕັ້ງ​ຖິ່ນ​ຖານ​ຄົງຈາກ​ໂຄງ​ການ​ທີ່​ເຂື່ອນ​ໄຟຟ້າ​ນ້ຳຕົກ​ ​ເຊີນ​ລາ ຄືນ​ໃໝ່.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top